ຄົນ 5 ປະເພດ ທີ່ຄົບແລ້ວຊີວິດຈະດີຂຶ້ນ.
ຄົນປະເພດທີ່ 1
ຄົນມີ Passion ທີ່ຊັດເຈນການອ້ອມຮອບຕົວໄປດ້ວຍຄົນທີ່ມີເປົ້າໝາຍ ມີຄວາມຫຼົງໄຫຼ ແລະ ຕ້ອງການບັນລຸບາງສິ່ງບາງຢ່າງໃນຊີວິດ ຈະເຮັດໃຫ້ເຮົາມີແຮງຜັກດັນທີ່ຈະໄປຮອດເປົ້າໝາຍຂອງເຮົາດ້ວຍເຊັ່ນກັນ.
ຄົນປະເພດທີ່ 2.
ຄົນທີ່ລົງມືເຮັດ ແລະ ເປັນນັກແກ້ບັນຫາໂລກນີ້ເຕັມໄປດ້ວຍນັກວາງແຜ່ນ ແຕ່ຄົນທີ່ຈະປະສົບຄວາມສຳເລັດໄດ້ຄືຄົນທີ່ລົງມືເຮັດ ຫາກເຮົາຖືກອ້ອມຮອບຕົວໄປດ້ວຍຄົນທີ່ລົງມືເຮັດ ແລະເປັນນັກແກ້ບັນຫາ ກໍ່ຈະຊ່ວຍກັນຫາທາງເດີນໄປທາງໜ້າໄດ້ ບໍ່ດ້ວຍຫົນທາງໃດກໍ່ທາງໜຶ່ງ.
ຄົນປະເພດທີ່ 3
ຄົນທີ່ມີເປົ້າໝາຍຄ້າຍຄືກັບເຮົາເພື່ອເພື່ອນຄູ່ຄິດ-ມິດທີ່ປຶກສາ ເປັນແຮງບັນດານໃຈ ເປັນແຮງຜັກດັນໃຫ້ເຊິ່ງກັນແລະກັນ ຫຼື ສາມາດຂໍຄວາມຊ່ວຍເຫຼືອ ຂໍຄຳແນະນຳເມື່ອເກີດບັນຫາຕິດຂັດ.
ຄົນປະເພດທີ່ 4.
ຄົນທີ່ຊ່ວຍດຶງສັກກາຍະພາບສູງສຸດໃນຕົວເຮົາອອກມາຄົນເຮົາມັກເບິ່ງບໍ່ເຫັນຈຸດອ່ອນ ຫຼື ຂໍ້ເສຍຂອງຕົວເອງ ແຕ່ຖ້າມີໃຜຈັກຄົນທີ່ຮູ້ຈັກຈຸດອ່ອນ ແລະຈຸດແຂງຂອງເຮົາ ແລະສາມາດໃຫ້ feedback ແບບຕົງໄປຕົງມາ ໃຫ້ເຮົາໃຊ້ສັກກາຍະພາບໄດ້ຢ່າງເຕັມທີ່ ມີຄົນແບບນີ້ຢູ່ໃກ້ໆ ນັບວ່າໂຊກດີທີ່ສຸດ.
ຄົນປະເພດທີ່ 5.
ຄົນທີ່ສົ່ງພະລັງບວກໃຫ້ເຮົາຢູ່ສະເໝີເພາະທຸກຢ່າງໃນໂລກນີ້ຄືພະລັງງານທີ່ດຶງດູດກັນ ຖ້າຢູ່ໃກ້ຄົນທີ່ມີພະລັງງານເຊີງບວກ ເຮົາຈະສົດໃສ ແລະ ມີພະລັງຢູ່ສະເໝີ (ໃນຂະນະທີ່ຄົນຄິດລົບຖ້າຢູ່ໃກ້ແລ້ວຈະມີແຕ່ຄວາມກັງວົນຫົດຫູ່ ແລະ ບໍ່ສະບາຍໃຈ).