“ຟຸກ ຈິລະ” ເວົ້າຖືກໃຈເງິນຫຼາຍສ່ຳໃດ ກໍ່ທົດແທນລູກບໍ່ໄດ້ ຖ້າບໍ່ລ້ຽງເອງບໍ່ມີວັນເຂົ້າໃຈ.

ກາຍເປັນປະເດັນຮ້ອນໃນໂລກອອນລາຍທີ່ຊາວເນັດແຫ່ຖຽງກັນສະນັ່ນ ຫຼັງຈາກທີ່ “ນາງພະນິດາ ສິລະຍຸດທະໂຍທິນ” ແມ່ຂອງ “ແຕງໂມ ນິດາ” ມາຮ່ວມໂອ້ລົມໃນລາຍການ “ໂຫນກະແສ” ເຖິງປະເດັນການເສຍຊີວິດຂອງລູກສາວ ງານນີ້ເຮັດເອົາ “ໜຸ່ມກັນໄຊ ກຳເນີດພອຍ” ພິທີກອນ ແລະ ຜູ້ຊົມລາຍການ ອຶ້ງ ແລະ ຜິດຫວັງໄປຕາມໆກັນກັບຄຳຕອບທີ່ໄດ້ຍິນ.

ດ້ານ “ຟຸກ ຈິລະ ດ່ານບວນກຽດ” ດາຣາໜຸ່ມພໍ່ລູກສອງຖືເປັນອີກໜຶ່ງຄົນທີ່ໄດ້ໂພສສະແດງຄວາມຄິດເຫັນກ່ຽວກັບປະເດັນນີ້ຜ່ານທາງອິນສະແກຣມສ່ວນຕົວ ໂດຍລະບຸວ່າ “ເງິນ…ໃຫ້ຫຼາຍສ່ຳໃດກໍ່ທົດແທນລູກຂອງເຮົາບໍ່ໄດ້ດອກ ຖ້າບໍ່ລ້ຽງເອງຈະບໍ່ມີວັນເຂົ້າໃຈສິ່ງນີ້ເລີຍ”

ໃນຂະນະທີ່ “ແອັບເປິ້ນ ສີສະຫງຽນ” ພັນລະຍາຂອງຟຸກໄດ້ໂພສຂໍ້ຄວາມເຊັ່ນດຽວກັນກ່ຽວກັບຄວາມໝາຍ ແລະ ສັກສີຂອງຄຳວ່າແມ່ ໂດຍມີເນື້ອຫາວ່າ “ແມ່…ໃຜໆກໍ່ເປັນໄດ້ ແຕ່ ແມ່ທີ່ມີຈິດໃຕ້ສຳນຶກນັ້ນ ເປັນບໍ່ໄດ້ທຸກຄົນ ຄຳວ່າແມ່ຂອງເປິ້ນຄືເປັນເສົາຫຼັກ ເປັນທີ່ໃຫ້ລູກເກາະ ເປັນທີ່ເພິ່ງທຸກສິ່ງທຸກຢ່າງ ບໍ່ແມ່ນພຽງແຕ່ເງິນທີ່ລ້ຽງດູ ແຕ່ທັງຈິດໃຈແລະຄວາມຮູ້ສຶກ ສາຍຕາລູກທີ່ເບິ່ງແມ່ເວລາຍ້ານໂລກພາຍນອກ ເຂົາຫວັງວ່າແມ່ຈະຕ້ອງກອດ ຕ້ອງຊ່ວຍ ແລະ ໃຫ້ຄວາມປອດໄພ ປົກປ້ອງເຂົາໄດ້”

“ແມ່…ຕ້ອງຮູ້ຄຳວ່າເສຍສະຫຼະ ແມ່ບໍ່ຕ້ອງອິ່ມກໍ່ໄດ້ ແຕ່ລູກຕ້ອງອິ່ມ ແມ່ຈະໜາວສ່ຳໃດກໍ່ໄດ້ ແຕ່ລູກຕ້ອງມີຜ້າຫົ່ມ ແມ່ບໍ່ຕ້ອງງາມເທິງເກີບສົ້ນສູງກໍ່ໄດ້ ຖ້າລູກຢາກໃຫ້ອູ້ມ ບໍ່ວ່າລູກຈະຢູ່ ຫຼື ຈະໄປ ສັກສີຂອງຄຳວ່າແມ່ຈະຕ້ອງຢູ່ຕະຫຼອດໄປ ໃຜຈະເຮັດຫຍັງກໍ່ເຮັດ ຢ່າມາເຮັດໃຫ້ລູກຂ້ອຍ ຂ້ອຍສູ້ຈົນຕົວຕາຍກໍ່ຍອມ” ໂດຍມີແຟນຄັບເຂົ້າມາກົດໄລ້ ແລະ ສະແດງຄວາມຄິດເຫັນກັນເປັນຈຳນວນຫຼາຍ.

Related Posts

Leave a Reply

Your email address will not be published. Required fields are marked *