
ດາລາສາວແຕງໂມ ເມື່ອຕອນທີ່ຍັງມີຊີວິດຢູ່ມັກຈະມີແຕ່ຂ່າວບໍ່ຄ່ອຍດີປານໃດຕະຫຼອດມາ ເລື່ອງລາວຊີວິດຂອງເພິ່ນກໍ່ມັກຈະສົມຫວັງ ຈິ່ງເປັນກະແສໄປດ້ານລົບໃນຫຼາຍໆເລື່ອງ.

ຈະເວົ້າໄປແລ້ວເກືອບວ່າບໍ່ມີໃຜສົນໃຈມຸມດີໆຂອງດາລາສາວເລີຍ ເບິ່ງຈາກຕອນນັ້ນທີ່ໜຸ່ມໂຕໂນ່ຕັດສິນໃຈແຕ່ງງານກັບເພິ່ນກໍ່ມີກະແສແອນຕີ່ເຖິງຂັ້ນບໍ່ມີຄົນຈ້າງເລີຍດ້ວຍຊ້ຳໄປ.

ແຕ່ພໍເສຍຊີວິດໄປ ເລື່ອງລາວດີໆມາກມາຍຖືກເປີດເຜີຍເທື່ອລະໜ້ອຍ ຄວາມສົດໃສໜ້າຮັກເມື່ອຄັ້ງຍັງມີຊີວິດຢູ່ຄ່ອຍໆຖືກຂຸດຄົ້ນຂຶ້ນມາ ເຮັດໃຫ້ຄົນສ່ວນໃຫຍ່ທີ່ຮູ້ຈັກແຕງໂມພຽງໃນຂ່າວເລີ່ມເຫັນມຸມໜ້າຮັກຫຼາຍຂຶ້ນທຸກວັນ
ຢູ່ຕາມສະຖານທີ່ໆແຕງໂມງຕົກລົງຈາກເຮືອເສຍຊີວິດກໍ່ມີຜູ້ຄົນນຳເອົາດອກໄມ້ໄປວາງສະແດງຄວາມອາໄລເຖິງສາວແຕງໂມເປັນຈຳນວນຫຼວງຫຼາຍ ເຫັນແລ້ວຊາບຊື້ງໃຈ ຕ່າງກໍ່ພາວະນາໃຫ້ດາລາສາວໄປດີເຖິງສຸກ ເຊິ່ງຕອນຍັງມີຊີວິດຢູ່ຄືບໍ່ມີແບບນີ້ ສາວແຕງໂມຄົງມີກຳລັງໃຈສູ້ຊີວິດຫຼາຍກວ່າທີ່ເປັນຜ່ານມາ.

ບໍ່ສະເພາະແຕ່ສາວແຕງໂມ ຄົນອື່ນໆກໍ່ເຊັ່ນດຽວກັນ ການເບິ່ງຄ່າຂອງຄົນຂໍຈົ່ງເບິ່ງແຕ່ຕອນເພິ່ນຍັງມີຊີວິດຢູ່ ຈະຮັກຈະຊ່ວຍກໍ່ຈົ່ງຊ່ວຍຕອນທີ່ຍັງມີລົມຫາຍໃຈ ໃຫ້ກຳລັງໃຈກັນແລະກັນ ຢ່າປ່ອຍໃຫ້ວັນເວລາຜ່ານໄປຈົນເຫຼືອພຽງຊື່ຈັ່ງໄປລະນຶກເຖິງຄວາມດີແມ່ນບໍລະທຸກຄົນ!
