“ເຮົາສັນຍາວ່າຈະບໍ່ໂດດກັດຄໍເຂົາ”(ພັດວ່າ)
“..ຈົ່ງນັ່ງລົງກັບເຮົາເພື່ອເຈລະຈາ.. ແຕ່ບໍ່ແມ່ນໄລຍະ 30 ແມັດຄືກັບມາຄຣົງໃດ.. ເຮົາບໍ່ກັດດອກ ທ່ານຢ້ານຫຍັງ..” ເຊເລນສກີ ກ່າວໃນຖະແຫຼງການມື້ນີ້..
ທັງນີ້ ການເຈລະຈາຮອບ 2 ຣັສເຊຍ-ຢູເຄຣ ສາມາດຕົກລົງກັນໄດ້ພຽງໃຫ້ກຳນົດເຂດປອດໄພສຳລັບພົນລະເຮືອນ ເພື່ອແຍກຜູ້ບໍລິສຸດອອກຈາກເຂດສູ້ຮົບ ເພາະຜ່ານມາ ທະຫານຢູເຄຣນເອົາຊາວບ້ານເປັນໂລ້ມະນຸດ ມີການຂູ່ ແລະຍິງທຳຮ້າຍຊາວບ້ານທີ່ຕ້ອງການອອກໄປຂ້າງນອກ ທັງທີ່ຣັສເຊຍ ຈົ່ງເສັ້ນທາງໄວ້ໃຫ້ຊາວບ້ານສຳອົບພະຍົບ..
ຫົວໜ້າຄະນະເຈລະຈາເບື້ອງຢູເຄຣນ ບອກວ່າຜິດຫວັງທີ່ບໍ່ສາມາດຕົກລົງເລື່ອງການຢຸດຍິງໄດ້ ແລະວ່າໂອກາດທີ່ຈະເຈລະຈາກັນຮອບ 3 ຍັງມືດມົນ..
ເຊເລນສກີ ເສີມວ່າ ຢູເຄຣນເຈັບປວດ ທີ່ສະຫະລັດ ແລະນາໂຕ ບໍ່ສາມາດປິດນ່ານຟ້າຢູເຄຣນ ເພື່ອປ້ອງກັນການຖີ້ມລະເບີດທາງອາກາດຂອງຣັສເຊຍໄດ້.. ຫາກທຳຕາມສິ່ງທີ່ເຮົາຂໍນີ້ບໍ່ໄດ້ ກໍຄວນມອບຍົນຂັບໄລ່ສູຮົບໃຫ້ເຮົາ ເພື່ອປ້ອງກັນຕົນເອງ..” ເຊ ກ່າວ..
(ເອົາມາແລ້ວຊິລົງຈອດໃສນໍບາດນີ້.. ເອີ່)