ອີງຕາມ ເພຈ “ເຄາະຂ່າວຄໍ່າ” ຂອງໄທລາຍງານວ່າ:ອີງຕາມ ເພຈ “ເຄາະຂ່າວຄໍ່າ” ຂອງໄທລາຍງານວ່າ:
ໃນຄືນວັນທີ 22 ກຸມພາ 2022 ຜ່ານມານີ້ ກອງພົນ ສຸນາລີ, ກອງພັນໃຫຍ່ 2305, ຕໍາຫຼວດປ້ອງກັນຊາຍແດນ 227

ພ້ອມດ້ວຍບັນດາກົມກອງ ສະກັດກັ້ນ ແລະ ຈັບຜູ້ລັກລອບ ເຂົ້າເມືອງຜິດກົດໝາຍ ເຂດວັດຈິນດາມະນີ,ອຳເພີ ຊານຸມານ
ຈັງຫວັດອຳນາດຈະເລີນເຊິ່ງສາມາດກັກຕົວຜູ້ຖືກຫາໄດ້ 17 ຄົນ ເດີນທາງຈາກ ສປປ ລາວ (ຊາຍ 10, ຍິງ.7), ພ້ອມຜູ້ນຳທາງເປັນຄົນໄທ 3 ຄົນ ແລະ ຂອງກາງພາຫະນະ 2 ຄັນ
.ໜ່ວຍງານໄດ້ທຳການກວດອຸນຫະພູມເບື້ອງຕົ້ນ ຍັງບໍ່ມີໃຜທີ່ອຸນຫະພູມສູງກວ່າ 37.5 ອົງສາ ແລະກວດຫາໂຄວິດ-19 ດ້ວຍການທົດສອບ ATK ຜົນປາກົດວ່າມີຜູ້ຕິດເຊື້ອ 2 ຄົນ,
ເຊິ່ງໜ່ວຍດັ່ງກ່າວໄດ້ຖືກແຍກອອກ ແລະ ມອບໃຫ້ສາທາລະນະສຸກອຳເພີຊານຸມານ ເພື່ອກວດເບິ່ງການຕິດເຊື້ອອີກຄັ້ງ.
ໃນປັດຈຸບັນ ໜ່ວຍງານກ່ຽວຂ້ອງໄດ້ນຳຕົວຜູ້ຕ້ອງຫາພ້ອມກັບຂອງທີ່ກ່ຽວຂ້ອງໄປຍັງສະຖານີຕຳຫຼວດອຳເພີຊານຸມານ ເພື່ອຂະຫຍາຍຜົນຕື່ມອີກ.