ນັກຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ ກູ້ໄພພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຂອງບຣາຊິນ ກຳລັງເລັ່ງຄົ້ນຫາ .
ຜູ້ສູນຫາຍອີກຢ່າງໜ້ອຍ 191 ຄົນ ຫຼັງຈາກເກີດເຫດດິນເຈື່ອນກະທັນຫັນ ໃນເມືອງເປໂຕຣໂປລິສ ຕັ້ງຢູ່ເທິງພູ ໃກ້ກັບ ເມືອງຣີໂອເດຈາເນໂຣ ທາງຕາເວັນອອກສ່ຽງໃຕ້ ຂອງບຣາຊິນ .

ຍ້ອນຝົນຕົກຢ່າງໜັກເມື່ອອາທິດຜ່ານມາ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 146 ຄົນ ໃນນີ້ ເປັນເດັກ 27ຄົນ.
ທ່ານ ຈາອີ ໂບໂຊ ນາຣູ (Jair Bolsonaro) ປະທານາ ທິບໍດີ ບຣາຊິນ ລົງພື້ນທີ່ເມືອງ ເປໂຕຣໂປລິສ ເພື່ອໃຫ້ກຳລັງໃຈເຈົ້າໜ້າທີ່ໃນການຄົ້ນຫາຜູ້ສູນຫາຍ ແລະ ຢ້ຽມຢາມຜູ້ປະສົບໄພ .
ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ລັດຖະບານ ຈະໃຫ້ການຊ່ວຍເຫຼືອ ຢ່າງເຕັມທີ່.