ປະຫວັດສາດ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ເອົາຊະນະ ທີມຊາດມາເລເຊຍ ຮຸ່ນອາຍຸບໍ່ເກີນ 23 ປີ 2-0, ລວມຜົນ 2 ນັດ ທີມຊາດລາວ ຊະນະ ມາເລເຊຍ 4-1 ຜ່ານເຂົ້າສູ່ຮອບຮອງຊະນະເລີດການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປິ ປະຈຳປີ 2022
ກຸ່ມ ບີ ນັດທີ 2 ວັນທີ 21/02/2022 Morodok Techo National Stadium, ປະເທດກຳປູເຈຍທີມຊາດລາວ ເອົາຊະນະ ທີມຊາດມາເລເຊຍ 2-0 ໂດຍ ທີມຊາດລາວ ໄດ້ປະຕູຈາກ ຟຣີຄິກສຸດງາມ ບຸນພະຈັນ ບຸນກອງ ນາທີ 43 ແລະ ສຸກສາຄອນ ບົວໄພວັນ ນາທີ 88,

ລວມຜົນ 2 ນັດ ທີມຊາດລາວ ຊະນະ ທີມຊາດມາເລເຊຍ 4-1 ,
ຈາກ ໄຊຊະນະ 2 ນັດດັ່ງກ່າວ ສົ່ງຜົນໃຫ້ ທີມຊາດລາວ ຜ່ານເຂົ້າຮອບຮອບຊະນະເລີດ ລໍຖ້າພົບກັບ ທີມອັນດັບ 2 ທີ່ມີຄະແນນດີທີ່ສຸດ

ສຳລັບການຖ່າຍທອດສົດນັ້ນແມ່ນຖ່າຍທອດສົດທາງໂທລະພາບ BTV ກຳປູເຈຍ.
ລິ້ງຖ່າຍທອດສົດ : https://youtube.com/c/FPTB%C3%B3ng%C4%90%C3%A1Vi%E1%BB%87t#laosusu #MovingForward #NoMatterWhat #laofootball #AFFU23Championship #aseanfootball