ໜຸ່ມ ກະທິງ ສຸດດີໃຈເມື່ອ ແຊັດຊຸມແພ ໄດ້ລົມກັບສາວພອນ ( ມີຄລິບ)

ເມື່ອສາວພອນໄລ໌ສົດ ວ່າຊິຫາຍໄປຈາກໂລກນີ້ ເຮັດໃຫ້ ແຊັດຝກຊຸມແພເຖິງກັບເປັນຫ່ວງ

ລາຍລະອຽດຊົມຄລິບ:
ຂ່າວທີ່2
ທີມຊາດ ຕີມໍ ເລສເຕ ສ້າງປະຫວັດສາດ ຜ່ານເຂົ້າຮອບຮອງຊະນະເລີດຂອງການແຂ່ງຂັນບານເຕະ AFF U23 Championship ຄັ້ງທຳອິດການແຂ່ງຂັນບານເຕະ AFF U23 Championship2022 ທີ່ກຳປູເຈຍເປັນເຈົ້າພາບຈັດການແຂ່ງຂັນ ໄດ້ທີມຜ່ານເຂົ້າຮອບຮອງຊະນະເລີດຢ່າງເປັນທາງການແລ້ວໜຶ່ງທີມ ຫຼັງຈາກເມື່ອວັນທີ 20 ກຸມພາ 2022 ທີ່ຜ່ານມາ ເກມນັດສຸດທ້າຍຂອງຮອບທຳອິດໄດ້ຈົບລົງ ໂດຍ ຕີມໍ ເລສເຕ ກາຍເປັນທີມທຳອິດທີ່ຜ່ານເຂົ້າສູ່ຮອບຮອງຊະນະເລີດ.
ພາຍຫຼັງທີ່ເອົາຊະນະ ກໍາປູເຈຍ 1-0 ຈົບລົງດ້ວຍການເປັນແຊັມກຸ່ມ A ດ້ວຍຜົນງານຊະນະ 2 ສະເໝີ 1 ຈາກຜົນງານ ສະເໝີກັບ ຟີລິບປິນ 2-2 ຊະນະ ບຣູໄນ 3-1 ແລະ ຊະນະ ກໍາປູເຈຍ 1-0 ເກັບມາໄດ້ 7 ຄະແນນ.
ສ່ວນກໍາປູເຈຍ ຈົບດ້ວຍອັນດັບ 2 ມີ 6 ຄະແນນ ອັນດັບ 3 ຟີລິບປິນ ມີ 4 ຄະແນນ ແລະ ອັນດັບ 4 ບຣູໄນ ມີ 0 ຄະແນນ.
ສົ່ງຜົນໃຫ້ ຕີມໍ ເລສເຕ ສ້າງປະຫວັດສາດ ຜ່ານເຂົ້າຮອບຮອງຊະນະເລີດຂອງການແຂ່ງຂັນບານເຕະລາຍການນີ້ເປັນຄັ້ງທຳອິດໃນປະຫວັດສາດຂອງ ຕີມໍ ນັບຕັ້ງແຕ່ສົ່ງທີມເຂົ້າຮ່ວມການແຂ່ງຂັນ.—————————-
ຂ່າວ: FM90Sport news
