ເອົາຫຍັງກໍ່ບໍ່ທັນ! ນ້ຳຊອງໄຫຼນອງກະທັນຫັນ ເນື່ອງຈາກຝົນຕົກໜັກໃນຕອນເຊົ້າວັນທີ 20 ກຸມພາ 2022 ນີ້

ຜູ້ໃຊ້ເຟສບຸກຊື່ ແຊ ຖ້ຳລົມ ໄດ້ໂພສວ່າ: ບໍ່ເຄີຍເຫັນຟ້າເອີ້ຍ ນ້ຳນອງເດືອນກຸມພາ

ເຊິ່ງໃນພາບເຫັນລະດັບນ້ຳຊອງເພີ່ມຂຶ້ນສູງ ຖ້ວມຕູບ, ຕັ່ງຮ້ານທີ່ຕັ້ງຢູ່ແຄມນ້ຳຊອງ ຂໍໃຫ້ພໍ່ແມ່ພີ່ນ້ອງທີ່ເດີນທາງໄປທ່ຽວໃນວັນເສົາ, ວັນອາທິດນີ້ ຈົ່ງລະມັດລະວັງ

ເນື່ອງຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງແຈ້ງເຕືອນໄພຝົນຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

ພາບ: ແຊ ຖ້ຳລົມ