ການຈັດຕັ້ງຫ້ອງ ວ່າການກະຊວງ ປ້ອງກັນປະເທດ, ກົມ 504 ກະຊວງປ້ອງ ກັນຄວາມສະຫງົບ ພ້ອມດ້ວຍຄອບຄົວ ໄຊຍະເສນາ, ຄອບ ຄົວໄຊຍະສອນ, ຄອບ ຄົວ ມານີລາ, ຄອບຄົວ ຄັດສະຫວ່າງ, ຄອບ ຄົວ ຄຳພາວົງ,ຄອບ ຄົວ
ຈັນສີສະໝຸດ ຂໍແຈ້ງຂ່າວເສົ້າສະຫຼົດໃຈມາຍັງຍາດຕິພີ່ນ້ອງເພື່ອມິດສະຫາຍຜູ້ຢູ່ໃກ້ ແລະ ຢູ່ໄກ ໃຫ້ຊາບວ່າ:
ສະຫາຍ ພົນຕີ ສະໄຫວ ໄຊຍະເສນາ ອະດີດຫົວໜ້າຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ອະດີດສະມາຊິກສະພາແຫ່ງຊາດ ເຂດ 17 ແຂວງອັດຕະປື
ສະໄໝທີ 2 ແລະ ສະໄໝທີ 3, ພະນັກງານປະຕິວັດອາວຸໂສບຳນານ ກະຊວງປ້ອງກັນປະເທດ, ຜູ້ເປັນພໍ່, ເປັນອ້າຍ, ເປັນລຸງ, ເປັນປູ່, ເປັນອາວ ແລະ ເປັນພໍ່ເຖົ້າຂອງພວກຂ້າພະເຈົ້າ ໄດ້ເຖິງມໍລະນະ ກຳແລ້ວ ດ້ວຍໂລກຊະລາ ໃນມື້ວັນພຸດ, ວັນທີ 16 ກຸມພາ 2022 ໃນເວລາ 13:30 ໂມງ
ລວມອາຍຸ 88 ປີ, ປັດຈຸບັນ, ສົບຂອງເພິ່ນ ໄດ້ບຳເພັນກຸສົນໄວ້ທີ່ສະໂມສອນກາງແຈ້ງກົມໃຫຍ່ການເມືອງ ກອງທັບ ກະຊວງປ້ອງກັນປະເທດ. ກຳນົດຈັດງານຊາປະນະກິດສົບມີດັ່ງນີ້:
– ວັນເສົາ, ວັນທີ 19 ກຸມພາ 2022 ເປັນມື້ຊາປະນະກິດສົບຢູ່ທີ່ ວັດເທບນິມິດທາດຝຸ່ນ.
– ວັນອາທິດ, ວັນທີ 20 ກຸມພາ 2022 ເປັນມື້ຫ້າງຫາກະກຽມ ຕັ້ງກອງບຸນ ແລະ ສູດປະລິດຕະມຸງຄຸນທີ່ເຮືອນຂອງເພິ່ນເອງທີ່ບ້ານ ສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ຄຸ້ມ ດົງປາຍນາ ຫຼັງສວນ 23 ສິງຫາ).
– ວັນຈັນ, ວັນທີ 21 ກຸມພາ 2022 ເປັນມື້ຕັກບາດຖວາຍສັງຄະ ທານ, (ພະສົງ 9 ອົງ).
