! ພົບລູກລະເບີດ ຢູ່ກາງທາງ ເຂດເມືອງປາກຊ່ອງ.
ຈາກຜູ້ໃຊ້ເຟສບຸກ MouNoy Saiyasone ໄດ້ລະບຸວ່າ ວັນທີ 8 ກຸມພາ 2022 ເວລາປະມານ 08:30 ນາທີ ພົບລຸກບົ່ມບີ ຢູ່ກາງທາງໜ້າເຮືອນຕົນ ຊຶ່ງທຳອິດຄິດວ່າແມ່ນກ້ອນຫີນ ຊຶ່ງເຫັນເປັນລັກສະນະແປກໆ ຈຶ່ງໄດ້ເຂົ້າໄປເບິ່ງ ປະກົດວ່າ ມັນແມ່ນລູກບົ່ມບີ ທີ່ຍັງບໍ່ທັນແຕກ.

ຈຸດພົບລູກລະເບີດແມ່ນບ້ານໜອງກາລິ ເມຶອງປາກຊ່ອງ ແຂວງຈຳປາສັກ.

ຈາກຂໍ້ມູນໄດ້ລະບຸອີກວ່າ ເສັ້ນທາງນີ້ຫາກໍ່ຖົມດິນໃໝ່ ຊຶ່ງໝາກບົ່ມບີນີ້ອາດມານຳດິນ ທີ່ນຳມາຖົມຢູ່ເສັ້ນທາງ.

ສ່ວນລະເບີດລູກດັ່ງກ່າວ ແມ່ນພາກສ່ວນທີ່ເກັບກູ້ໄປແລ້ວ.
ທີ່ມາ.
