ທໍາລາຍໝາກກະໂພກແລ້ວຈໍານວນ 470 ກິໂລກຼາມ ໃຜຍັງຝ່າຝືນຈະຖືກປັບໃໝໜັກ
ວັນທີ 27 ມັງກອນ 2022, ພະແນກຕໍາຫຼວດ ປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ

ສົບທົບກັບພະແນກອຸດສາຫະກໍາ ແລະ ການຄ້າ ນວ ນໍາເອົາໝາກກະ ໂພກ ຈໍານວນ 470 ກິໂລກຼາມ ທີ່ຢຶດໄດ້ຈາກຮ້ານຄ້າໄປທໍາລາຍຢູ່ກອງພັນໃຫຍ່ 479 (ພູເຂົາຄວາຍ)…ພັທ ຄໍາພອນ ພົມມະຈັນ ຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ໃຫ້ຮູ້ວ່າ:

ໃນວັນທີ 24 ມັງກອນ 202, ໝາກກະໂພກຈໍານວນດັ່ງກ່າວ ໄດ້ກວດພົບເຫັນຢູ່ຮ້ານຂາຍສົ່ງ-ຂາຍຍ່ອຍທີ່ລັກລອບຈໍາໜ່າຍ ຈໍານວນ 5 ຮ້ານ ຢູ່ເຂດບ້ານທົ່ງຂັນຄໍາ, ບ້ານສະຫວ່າງ ເມືອງຈັນທະບູລີ ແລະ ບ້ານນາໄຊ ເມືອງໄຊເສດຖາ ຈໍານວນ 470 ກິໂລກຼາມ..

..

ໃນໄລຍະສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງຊາວຫວຽດນາມ-ຈີນ, ກອງບັນຊາ ການ ປກສ ນວ ຮຽກຮ້ອງມາຍັງທົ່ວສັງ ຄົມ ຫ້າມຊື້-ຂາຍ ຈໍາໜ່າຍ, ມີໄວ້ຄອບ ຄອງທາດແຕກ ແລະ ຈູດກໍ່ໃຫ້ເກີດສຽງແຕກ, ສຽງດັງ ສ້າງຄວາມບໍ່ສະຫງົບໃນສັງຄົມ,ຖ້າພົບເຫັນມີການລະເມີດລະ ບຽບການຂໍໃຫ້ແຈ້ງມາທາງເບີວັອດແອັບ ປກສ ນວ 020 28899774 ຫຼື ຜ່ານຊ່ອງທາງເຟສບຸກປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ.

*** ຄໍາສັ່ງ ***ຄຳສັ່ງເລກທີ 01/ຈນວ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຫ້າມຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້-ຂາຍ ມີໄວ້ໃນຄອບຄອງ, ຈຸດໝາກກະໂພກ, ບັ້ງໄຟດອກ ແລະ ໂຄມໄຟລອຍຟ້າ ທີ່ຕິດພັນກັບການຈັດຕັ້ງປະຕິບັດ ບັນດາມາດຕະການ, ຂໍ້ຫ້າມ ແລະ ແຈ້ງການ ເລກທີ 019/ປກສ.ນວ ລົງໂທດຕໍ່ຜູ້ລະມີດ.ເຖິງ:

– ທ່ານຫົວໜ້າກອງບັນຊາການ ປກຊ-ປກສ ນະຄອນຫຼວງວຽງຈັນ;
– ທ່ານຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ;
– ບັນດາທ່ານເຈົ້າເມືອງ 9 ເມືອງ;
– ທ່ານຫົວໜ້າພາສີ ປະຈໍາ ນະຄອນຫຼວງວຽງຈັນ;
– ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ດໍາລົງຊີວິດ ແລະ ເຄື່ອນໄຫວ ຢູ່ນະຄອນຫຼວງວຽງຈັນ.

…
