ອົງການກາແດງລາວ ປະຈຳແຂວງຫຼວງພະບາງມອບເຄື່ອງຊ່ວຍເຫຼືອນັກຮຽນຜູ້ຂາດເຂີນຢູ່ເມືອງພູຄູນໃນວັນທີ 27-28 ມັງກອນ 2022ນີ້ ອົງການກາແດງລາວ ປະຈຳແຂວງຫຼວງພະບາງ
ສົມທົບກັບຫ້ອງການທີກ່ຽວຂ້ອງຂອງເມືອງພູຄູນ ໄດ້ເຄື່ອນໄຫວມອບເຄືອງຊ່ວຍເຫຼືອໃຫ້ນັກຮຽນຜູ້ຂາດເຂີນຢູ່ໂຮງຮຽນມັດທະຍົມສົມບູນພູຄູນ,
ໂຮງຮຽນມັດທະຍົມສົມບູນພູວຽງ, ໂຮງຮຽນມັດທະຍົມຕອນຕົ້ນບ້ານຈີມ ແລະ ໂຮງຮຽນມັດທະຍົມຕອນຕົ້ນພູຢາງ ເມືອງພູຄູນ ແຂວງຫຼວງພະບາງ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີເຄືອງນຸ່ງຫົມ, ອຸປະກອນການສຶກສາ ແລະ ເຄື່ອງໃຊ້ປະຈຳວັນລວມທັງໝົດຈຳນວນ 184ຖົງ ໃນນີ້ໄດ້ມອບໃຫ້ນັກຮຽນ ຢູ່ໂຮງຮຽນມັດທະຍົມສົມບູນພູຄູນ ຈໍານວນ 63ຖົງ, ໂຮງຮຽນມັດທະຍົມສົມບູນພູວຽງ ຈຳນວນ43ຖົງ,
ໂຮງຮຽນມັດທະຍົມຕອນຕົ້ນບ້ານຈີມ ຈຳນວນ44ຖົງ ແລະ ໂຮງຮຽນມັດທະຍົມຕອນຕົ້ນພູຢາງ ຈຳນວນ 34 ຖົງ ໂດຍມີ ທ່ານ ສິງຄຳ ມິງບຸນຕາ ຮອງຫົວໜ້າອົງການກາແດງລາວ ປະຈຳແຂວງຫຼວງພະບາງ ພ້ອມດ້ວຍທີມງານຈາກແຂວງ,
ຂະແໜງການຂອງເມືອງ ແລະ ພະນັກງານ-ຄູອາຈານໂຮງຮຽນແຕ່ລະແຫ່ງເຂົ້າຮ່ວມໃນການມອບເຄືອງບັນເທົາທຸກດັ່ງກ່າວ ເຊິ່ງເຄືອງທີນຳມາຊ່ວຍເຫຼືອຂອງອົງການກາແດງລາວໃນຄັ້ງນີ້ ແມ່ນໄດ້ມາຈາກການປຸກລະດົມ,
ປະກອບສວນຈາກການຈັດຕັ້ງພັກ-ລັດ, ຫ້າງຮ້ານ, ບໍລິສັດ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກ, ຊ່ວຍເປັນສວນໜຶ່ງໃນການແບ່ງເບົາ ຄວາມທຸກຍາກ, ຂາດເຂີນໃຫ້ເຂົາເຈົ້າມີໂອກາດ ແລະ ມີຊີວິດທີດີຢູ່ໃນສັງຄົມ.
ຂ່າວ: ວັນທຽນ ຄຳທະສິດ.