ວັນທີ 28 ມັງກອນ 2022 ທີ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ,
ສປປ ລາວ ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຊະນິດ ແອັສຕຣາເຊເນກາ ຈຳນວນ 500.000 ໂດສ
ຈາກການຊ່ວຍເຫລືອຂອງລັດຖະບານ ສສ ຫວຽດນາມເພື່ອປະກອບສ່ວນເຂົ້າໃນການປ້ອງກັນ ແລະ ຄວບຄຸມການແພ່ລະບາດ ພະຍາດໂຄວິດ-19 ໃນສປປ ລາວ.
ໂດຍການເຂົ້າຮ່ວມຕ້ອນຮັບວັກຊີນດັ່ງກ່າວຂອງບັນດາກົມ ແລະ ສູນ ກ່ຽວຂ້ອງ ພ້ອມດ້ວຍສະຖານທູດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ