ທະຫານ ແມ່ນຖືວ່າເປັນຮົ້ວຂອງຊາດ ເປັນກຳລັງແຮງທີ່ສຳຄັນສຳລັບວຽກງານຄວາມສະຫງົບຂອງປະເທດຊາດ ແຕ່ວ່າການທີ່ຈະກ້າວເຂົ້າມາກໍ່ບໍ່ແມ່ນເລື່ອງງ່າຍກ່ຽວກັບບັນດາເງື່ອນໄຂ ທີ່ເປັນກົດລະບຽບຂອງທະຫານ ຕ້ອງມີການຄັດເລືອກເສຍກ່ອນ, ຂໍ້ມູນຈະແຈ້ງ ຈຶ່ງຈະໄດ້ຮັບການຄັດເລືອກ.

ໃນວັນທີ 24 ມັງກອນ 2022 ນີ້ໜ່ວຍງານກວດກາຂັ້ນໜື່ງ ຂອງກະຊວງປ້ອງກັນປະເທດ ໄດ້ລົງກວດກາ ຄັດເລືອກ ທະຫານໃໝ່ເຂົ້າລະບົບຄຸ້ມຄອງກຳລັງພົນກອງທັບ ຢູ່ກອງພົນທີ 2 ເຊິ່ງນຳໂດຍ ສະຫາຍ ພັນເອກ ບຸນເພັງ ເທບພາພອນ ຮອງຫົວໜ້າກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບພ້ອມດ້ວຍຄະນະ, ມີອານຸກຳມະການຈາກອົງການ 5 ຫ້ອງຂອງກອງພົນ, ພະແນກການທີກ່ຽວຂ້ອງ ຕະຫຼອດອ້າຍນ້ອງທະຫານໃໝ່ເຂົ້າຮ່ວມ.
ໂດຍປະຕິບັດຕາມກົດໝາຍພັນທະປ້ອງກັນຊາດ ແລະ ອີງຕາມຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການແບ່ງປັນຕົວເລກລະດົມພົນ ປະຈຳປີ 2021 ເຊິ່ງສາມາດລະດົມໄດ້ 160ສະຫາຍ ,ຍີງ 10 ສະຫາຍ.ໃນນັ້ນຜູ້ເຂົ້າເປັນທະຫານໃໝ່ ຕ້ອງເປັນຄົນລາວ ສັນຊາດລາວໂດຍກຳເນີດ ມີອາຍຸແຕ່ 18 ປີ ເຖິງ 25 ປີ ມີລະດັບການສືກສາຈົບມັດທະຍົມຕອນປາຍຂື້ນໄປ ບໍ່ຈົບວິຊາສະເພາະກໍ່ໄດ້ ຖ້າຈົບວິຊາສະເພາະ ຕ້ອງແມ່ນວິຊາສະເພາະທີ່ກອງທັບຕ້ອງການ ຄື ປຸງແຕ່ງອາຫານ, ກະສິກໍາ, ວິໄຈເຄມີ ,ແພດ ,ເຕັກນິກກົນຈັກ ແລະ ເຄຫາ ຈື່ງພິຈາລະນາຮັບເອົາ.

ພ້ອມກັນນັ້ນຮ່າງກາຍຕ້ອງບໍ່ສັກເມິກ ສັກລາຍ ເພດຊາຍບໍ່ບ່ອງຫູ ເພດຍີງບໍ່ບ່ອງຫູຫຼາຍຮູ ບໍ່ບ່ອງດັງ ແລະ ເຮັດສັນຍາກຳຕ່າງໆ ລວງສູງເພດຊາຍ 1,60 cm , ເພດຍີງ 1,55 cm ຂື້ນໄປ ນ້ຳໜັກບໍ່ໃຫ້ລຸດຫຼືເກີນບວກ-ລົບ 10 ຂອງສອງຕົວເລກທ້າຍລວງສູງຜູ້ກ່ຽວ ມີຄວາມເປັນເພດຈະແຈ້ງ ເປັນຊາຍແທ້ ຍີງແທ້ຍົກເວັ້ນເຂົ້າສັງກັດຂະແໜງສີລະປະ ແລະ ກິລາທີ່ເປັນອາຊີບ ຕ້ອງເປັນໂສດ ບໍ່ມີຜົວຫຼືເມຍ ບໍ່ເຄີຍເປັນທະຫານຫຼືຕຳຫຼວດມາກ່ອນ ມີປະຫວັດຈະແຈ້ງ ບໍ່ເຄີຍຕ້ອງໂທດ ບໍ່ມີສານເສບຕິດໃນຮ່າງກາຍ ຕ້ອງປະຕິບັດຕາມການຊັບຊ້ອນຄັດເລືອກທະຫານໃໝ່.
ຄັ້ງນີ້ເພື່ອກວດກາສຸຂະພາບຂອງທະຫານໃໝ່ໃຫ້ມີຄວາມແຂງແຮງສົມບູນດີຄົບຕາມມາດຖານເຫງື່ອນໄຂທີ່ກະຊວງປ້ອງກັນປະເທດໄດ້ກຳນົດໄວ້ ເພື່ອຈະປະກອບບັນຈຸເຂົ້າໃນກຳລັງປະກອບອາວຸດຂອງກອງທັບ ໃນກຳລັງຫຼວງ ແລະ ທ້ອງຖີ່ນ ກຽມພ້ອມເຄື່ອນໄຫວປະຕິບັດສອງໜ້າທີຍຸດທະສາດ ກໍ່ຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ທີ່ມາ.https://www.facebook.com/444383065740586/posts/2021357234709820/