ຊາຍໜຸ່ມຕ້ອງທຳໃຈຫຼັງຕິດໂຄວິດນ້ອງຊາຍຈູ໋ໆຈະຫົດຕົວລົງຊາຍຫນຸ່ມຊາວອາເມຣິກາ ລາຍຫນຶ່ງອ້າງວ່ານ້ອງຊາຍຈູ໋ຂອງລາວຫົດໂຕລົງປະມານ 1 ນິ້ວເຄິ່ງ
ສືບເນື່ອງມາຈາກຕິດເຊື້ອໂຄວິດ-19ສາຍພັນໃຫມ່ ເຈົ້າໂຕຄຽດຫຼາຍຈົນໄປປຶກສາແພດ ແລະໄດ້ຄຳຕອບທີ່ໄດ້ຮັບກໍຄືໃຫ້ “ທຳໃຈ” ເພາະມີຄວາມເປັນໄປໄດ້ວ່າອາດຈະແກ້ໄຂບໍ່ໄດ້.
ລາຍງານຂ່າວລະບຸວ່າ ຊາຍບໍ່ເປີດເຜີຍຊື່ໄວ 30 ປີເສດໆ ລາຍນີ້ອ້າງວ່າຜົນກະທົບຖາວອນຂອງໄວຣັສທີ່ໄດ້ທຳລາຍຄວາມຫມັ້ນໃຈຂອງລາວເປັນຢ່າງຫຼາຍ ເນື່ອງຈາກກ່ອນຫນ້ານີ້ນ້ອງຊາຍຂອງລາວມີຂະຫນາດໃຫ່ຍກວ່າຄ່າສະເລ່ຍຂອງຄົນທົ່ວໄປ.
ແພດຜູ້ຊ່ຽວຊານບອກວ່າຜົນກະທົບຈາກໂຄວິດ ມີອາການລັກສະນະແບບນີ້ນັບເປັນປາກົດການທີ່ເກີດຂຶ້ນຫນ້ອຍຫຼາຍ.
ຍົກຕົວຢ່າງເຊັ່ນ ຜົນການສຶກສາອາສາສະໝັກ 3,400 ຄົນ ຂອງມະຫາວິທະຍາໄລຄໍລເລດ ລອນດອນ ພົບວ່າ ມີ 200 ຄົນທີ່ມີອາການໂຄວິດ-19 ແບບຖາວອນ ແລະອາການນ້ອງຊາຍຈູ໋ຫົດໂຕກໍເປັນຫນຶ່ງໃນນັ້ນ ແຕ່ວ່າໂອກາດມັນຫາຍາກຫຼາຍ.
ທີ່ມາ: ເດີະຊັນ (The Sun)