ໃນວັນທີ 25.ມັງກອນ.2022 ເວລາ 06:42ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 0711625 ວ່າມີຄົນເສຍຊີວິດຢູ່ເສັ້ນທາງບ້ານໂພນສະອາດ

ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດເພດຊາຍ01ຄົນ:ຊື່: ທ້າວເພັດ ອາຍຸ27ປີ ສັນຊາດລາວ ບ້ານຢູ່ປັດຈຸບັນບ້ານພູຊ້າງຄຳ ນະຄອນຫລວງພະບາງ.

ແຂວງຫລວງພະບາງ ຜ່ານການກວດສອບພົບວ່າຜູ້ເສຍຊີວິດມີຮອຍຖືກລູກປືນຍິງຢູ່ຂ້າງນົມເບື້ອງຊ້າຍ.
ດັ່ງນັ້ນທີມງານກູ້ຊີບອົງການກາແດງລາວແຂວງຫລວງພະບາງໄດ້ທຳການຫໍ່ສົບຂອງຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນໂຮງຫມໍແຂວງຫລວງພະບາງ.

#ສ່ວນສາເຫດແມ່ນຢູ່ໃນຂະບວນການປະຕິບັດງານຂອງເຈົ້າຫນ້າທີ່