Hana Horka ເປັນນັກຮ້ອງເພງພື້ນບ້ານ ຫຼື Folk song ອາຍຸ 57 ປີ ຈາກປະເທດ Czech ຕົວລາວນັ້ນຕັ້ງໃຈບໍ່ຮັບວັກຊີນ ແລະ ຕັ້ງໃຈຕິດເຊື້ອຈາກຄົນໃນຄອບຄົວ ຢ່າງ ສາມີ ແລະ ລູກຊາຍ ເພື່ອຫວັງຈະສ້າງພູມຄຸ້ມກັນເຊື້ອໂຄວິດ-19 ໂດຍທຳມະຊາດ.
ລາວຕັ້ງໃຈບໍ່ຮັບວັກຊີນ ແລະ ຕັ້ງໃຈໃຫ້ຕົນເອງຕິດເຊື້ອຕໍ່ຈາກສະມາຊິກໃນຄອບຄົວ ກໍຄື ສາມີ ແລະ ລູກຊາຍ ທີ່ຕິດເຊື້ອໃນໄລຍະວັນຄຣີສມາສທີ່ຜ່ານມາ ແຕ່ສອງພໍ່ລູກແມ່ນໄດ້ຮັບວັກຊີນຮຽບຮ້ອຍແລ້ວ.
ຫຼັງຈາກນັ້ນ Hana Horka ກໍໄດ້ໂພສລົງໂຊຊຽວມີເດຍ ກ່າວວ່າຕົນເອງຜົນກວດເປັນບວກ ແລະ ປິ່ນປົວເຊົາແລ້ວ, ຫາກວ່າພຽງແຕ່ 2 ມື້ຫຼັງຈາກນັ້ນ ກໍເສຍຊີວິດລົງ.
ຫຼາຍຄົນອາດຍັງເຫັນວ່າວັກຊີນນັ້ນບໍ່ມີຄວາມສຳຄັນ ຫຼື ໂຄວິດ-19 ນັ້ນບໍ່ເປັນອັນຕະລາຍ. ຢ່າງໃດກໍຕາມ ກໍລະນີນີ້ກໍເປັນສິ່ງເຕືອນໃຈໃຫ້ທຸກຄົນພ້ອມຮັບຮູ້ ແລະ ປ້ອງກັນຕົນເອງຈາກໂຄວິດ ເພື່ອບໍ່ໃຫ້ມີອາການຮຸນແຮງ.
ທີ່ມາ: https://bit.ly/3FMzVMW
Cr: Lao X