#breakingnews | ສຳນັກຂ່າວ Bloomberg ໄດ້ລາຍງານການຄົ້ນພົບຂອງ ເລລອນດິອອສ ຄອສຕຣິກິສ (Leondios Kostrikis) ສາດສະດາຈານ ດ້ານວິທະຍາສາດຊີວະພາບ.
ມະຫາວິທະຍາໄລ ໄຊປຣັສ ແລະ ຫົວໜ້າຫ້ອງປະຕິບັດການ ເທັກໂນໂລຢີ ຊີວະພາບ ແລະ ໄວຣັສໂມເລກຸນ.
ສາດສະດາຈາ ຄອສຕຣິກິສ ກ່າວວ່າ: ສາຍພັນ Covid-19 ທີ່ລວມ ເດລຕ້າ (Delta) ແລະ ໂອມິຄຣອນ (Omicron) ທີ່ປະສົມເຂົ້າດ້ວຍກັນ ຖືກພົບໃນ ໄຊປຣັສ ໂດຍກ່າວກັບ Sigma TV Friday.
ວ່າ ການຄົ້ນພົບນີ້ມີຊື່ວ່າ ເດລຕ້າຄຣອນ (Deltacron) ເນື່ອງຈາກມີລະບຸລາຍເຊັ້ນທາງພັນທຸກຳ ຄືກັນກັບ ໂອມິຄຣອນ ພາຍໃນ ຈີໂນມເດລຕ້າ.
ດ້ານ Bloomberg ແລະ ASTRA ສື່ໃນ ໄຊປຣັສ ລາຍງານວ່າ ສາດສະດາຈາ ຄອສຕຣິກິສ ແລະ ທີມຂອງເຂົາ.
ໄດ້ລະບຸກໍະນີດັ່ງກ່າວ 25 ກໍລະນີ ແລະ ການວິເຄາະທາງສະຖິຕິໃຫ້ເຫັນວ່າ ເຊື້ອ 2 ໂຕ ທີ່ລວມພະລັງກັນນັ້ນ ພົບຫຼາຍໃນຜູ້ປ່ວຍທີ່ເຂົ້າຮັບການປິ່ນປົວໃນໂຮງໝໍ.
ທັງນີ້, ລຳດັບທາດ້ານພັນທຸກຳຂອງ ເຄສ “ເດລຕ້າຄຣອນ” ທັງ 25 ເຄສ ຖືກສົ່ງໄປຍັງ GISAID ຖານຂໍ້ມູນລະຫວ່າງປະເທດ.
ທີ່ຕິດຕາມການປ່ຽນແປງຂອງ ໄວຣັສເມື່ອວັນທີ 7 ມັງກອນ 2022 ແລະ ຍັງຕ້ອງຕິດຕາມຕໍ່ໄປວ່າ ເຊື້ອນີ້ ຈະມີຄວາມຮ້າຍແຮງ ຫຼື ບໍ່ຮ້າຍແຮງປານໃດ.