ກົມປະຊາສຳພັນໄທ ຂໍໂທດປະຊາຊົນລາວ ຜ່ານສະຖານທູດ

ກົມປະຊາສຳພັນໄທ ຂໍໂທດປະຊາຊົນລາວ ຜ່ານສະຖານທູດ.

ຕອນບ່າຍວັນທີ 27 ທັນວາ 2021 ພົນໂທ ສັນເສີນ ແກ້ວກໍາເນີດ, ຫົວໜ້າກົມ ປະຊາສຳພັນ ໄດ້ນຳພາເຈົ້າໜ້າທີ່ ແລະ ຜູ້ບໍລິຫານ ຊ່ອງ NBT ລວມທັງ ໝໍ ຖະໜອມ ເຂົ້າມາກາບຂໍໂທດ ທ່ານ ທູດ ແສງສຸ ຂະທິວົງ.

ທີ່ປະຈຳຢູ່ປະເທດໄທ ແລະ ປະຊາຊົນລາວ ຕໍ່ຄວາມຜິດພາດຂອງຕົນ ທີ່ສະຖານທູດລາວ ທີ່ນຳສະເໜີຂ່າວບິດເບື່ອນຄວາມຈິງກ່ຽວກັບເສັ້ນທາງລົດໄຟລາວ-ຈີນ. ນີ້ແຫຼະນໍ ຕອນເວົ້າບໍ່ຄິດເຮັດຜິດແລ້ວຈຶ່ງສຳນຶກ ເອົາເປັນວ່າຈັງໃດກໍ່ເປັນເພື່ອນບ້ານກັນ.

ໃຫ້ອາໄພກັບຄວາມຜິດພາດແລະຮູ້ເທົ່າບໍ່ເຖິງການເນາະຄົນລາວເຮົາທຸກຄົນ ການໃຫ້ອາໄພເປັນສິ່ງທີ່ດີ ຕໍ່ໄປຫວັງວ່າຈະບໍ່ມີເລື່ອງແບບນີ້ເກີດຂຶ້ນອີກແລ້ວ

Related Posts

Leave a Reply

Your email address will not be published. Required fields are marked *