ພາບເຫດການ ແລະ ເສຍຫາຍ ຈາກແຜ່ນດິນໄຫວທີີມີຈຸດສູນກາງຢູ່ເມືອງຍອດອູ ແຂວງຜົ້ງສາລີ ເວລາ 20:43 ນາທີ ວັນທີ 24 ທັນວາ 2021 ຂໍໃຫ້ທຸກຄົນປອດໄພ ແລະ ມີສະຕິລະມັດລະວັງ.
ວັນທີ 24 ທັນວາ 2021 ເວລາ 20:47 ນາທີ ພົບສັນຍານແຜ່ນດິນໄຫວ 5,4 ຣິກເຕີ ຢູ່ເມືອງຍອດອູ ແຂວງຜົ້ງສາລີ.
ທ່ານໃດທີ່ຢູ່ແຂວງຜົ້ງສາລີ, ແຂວງຫລວງນໍ້າທາ ລາຍງານມາແດ່ເດີ.
??ເກີດແຜ່ນດິນໄຫວ 2 ຄັ້ງ ຄວາມແຮງ 5.7 ຣິກເຕີ ແລະ 4.6 ຣິກເຕີ ຈຸດສູນກາງຢູ່ເມືອງຍອດອູ, ແຂວງຜົ້ງສາລີ.
ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈຳນວນ 02 ຄັ້ງ, ໃນບໍລິເວນ ແຂວງ ຜົ້ງສາລີ, ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:
– ໃນເວລາ 20:43:22, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ 22.364°N ແລະ ເສັ້ນແວງທີ່ 101.688 ຄວາມແຮງສັ່ນສະເທືອນວັດແທກໄດ້ 5.7 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນ ເມືອງ ຍອດອູ ແຂວງ ຜົ້ງສາລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງ ຈາກເທດສະບານ ເມືອງ ຍອດອູ ປະມານ 31 Km.
– ໃນເວລາ 21:02:30, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ 22.260°N ແລະ ເສັ້ນແວງທີ 101.890 ຄວາມແຮງສັ່ນສະເທືອນວັດແທກໄດ້ 4.6 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນ ເມືອງ ຍອດອູ ແຂວງ ຜົ້ງສາລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ຍອດອູ ປະມານ 18 Km.

ຊົມຄຼິບ.
ຄຼິບ2.
ຊົມຄິຼບ.