ທ່ານ ສຈ. ປອ. ດຣ ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລ.

ວິທະຍາສາດສຸຂະພາບ, ປະທານສະມາຄົມແພດ ພະຍາດຊຶມເຊື້ອລາວ ໄດ້ລາຍງານໃນເຟສບຸກຂອງ ສູນຂໍ້ມູນຂ່າວສານການແພດ ໃຫ້ຮູ້ວ່າ ປະຈຸບັນທົ່ວໂລກ ມີ 5 ສາຍພັນ
ທີ່ຖືກຈັດເປັນ ສາຍພັນ ທີ່ໜ້າເປັນຫ່ວງ ຫຼື Variants of Concern ປະກອບມີ.

– ສາຍພັນ Beta ຄົ້ນພົບໃນເດືອນ 5 ປີ 2020
– ສາຍພັນ Alpha ຄົ້ນພົບໃນເດືອນ 9 ປີ 2020
– ສາຍພັນ Delta ຄົ້ນພົບໃນເດືອນ 10 ປີ 2020
– ສາຍພັນ Gamma ຄົ້ນພົບໃນເດືອນ 11 ປີ 2020
– ສາຍພັນ Omicron ຄົ້ນພົບໃນເດືອນ 11 ປີ 2021