ລົດໄຟ ຈີນ-ລາວ ເປີດ 6 ວັນ ຜູ້ໂດຍສານທະລຸ 100.000 ຄົນ..(ໂຫ ກູຢາກຕາຍ)

ການລົດໄຟແຫ່ງຊາດຈີນ ສາຂາຢຸນນານ ເຜີຍເຊົ້ານີ້ ວ່າຂະບວນລົດໄປຈີນ-ລາວ ມີຜູ້ໂດຍສານມາໃຊ້ບໍລິການຢ່າງຄັບຄາໜາແໜ້ນເກີນຄາດ ເຮັດໃຫ້ການເດີນລົດ 17 ຂະບວນຕໍ່ວັນ
ບໍ່ສາມາດຮອງຮັບຜູ້ໂດຍສານທີ່ມາໃຊ້ບໍລິການ ສະເລ່ຍວັນລະ 20.000 ຄົນນັ້ນໄດ້ ທາງການລົດໄຟ ຕ້ອງໄດ້ເພີ່ມຂະບວນລົດເຂົ້າຕື່ມອີກ ເຖິງ 25 ຂະບວນຕໍ່ວັນ..
ເຊິ່ງ 6 ວັນຜ່ານມານີ້ ກໍມີຜູ້ໂດຍສານມາໃຊ້ບໍລິການແລ້ວ ກວ່າ 100.000 ແສນຄົນ..
ສ່ວນຝັ່ງລາວ ກໍມີຜູ້ໂດຍສານມາໃຊ້ບໍລິການຫຼວງຫຼາຍ ສະເລ່ຍກວ່າ 1.000 ຄົນຕໍ່ວັນ ເສຍດາຍແຕ່ລົດໄຟ ຍັງໃຫ້ບໍລິການໂດຍສານແຕ່ພາຍໃນປະເທດເທົ່ານັ້ນ ເຊິ່ງເຊື່ອວ່າຫາກເປີດປະເທດມື້ໃດ
ການທ່ອງທ່ຽວລາວ-ຈີນ ກໍຈະຄືກຄັກຢ່າງເປັນປະຫວັດການ..
(ອ້າວ ໃສວ່າຄົນລາວບໍ່ມີເງິນ ບໍ່ມີປັນຍາຊື້ປີ້ຂີ່ລົດໄຟ.. ເອີ່)
ທີ່ມາ: