ວັນທີ 12 ທັນວາ 2021 ນີ້, ທີ່ດ່ານສາກົນແດນສະຫວັນ-ລາວບາວ ແຂວງສະຫວັນນະເຂດ ສປປ ລາວ ແລະ ແຂວງກວາງຈິ ສສ ຫວຽດນາມ, ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ກໍາ ມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ໄດ້ນໍາພາ ຄະນະຜູ້ແທນຝ່າຍລາວເຂົ້າຮ່ວມ ກອງປະຊຸມພົບປະມິດຕະພາບ ວຽກງານປ້ອງກັນຊາດເຂດຊາຍ ແດນ ຄັ້ງທີ I ຢູ່ດ່ານຊາຍແດນ ລາວ-ຫວຽດນາມ, ຝ່າຍຫວຽດ ນາມນໍາພາ ໂດຍ ສະຫາຍ ພົນ ເອກ ຟານ ວັນ ຢາງ ກໍາມະການ ກົມການເມືອງ ສູນກາງພັກ, ຮອງ ເລຂາຄະນະພັກ ການທະຫານ ສູນກາງ,ລັດຖະມົນຕີກະຊວງປ້ອງກັນ ປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທາງ ການທັງສອງຝ່າຍເຂົ້າຮ່ວມ..
ພາຍຫຼັງສຳເລັດພິທີຕ້ອນ ຮັບຢ່າງເປັນທາງການ, ຄະນະ ຜູ້ແທນທັງສອງຝ່າຍກໍໄດ້ເຂົ້າ ຮ່ວມກິດຈະກຳຮ່ວມກັນຄື: ຂໍ່າ ນັບຫຼັກໝາຍຊາຍແດນ, ແຕ້ມສີ ຫຼັກໝາຍຊາຍແດນ 605/2 ແລະ ຮ່ວມພິທີວາງສີລາລືກໂຄງ ການກໍ່ສ້າງຄ້າຍກອງຮ້ອຍທະ ຫານຊາຍແດນ 320 ກອງທັບປະ ຊາຊົນລາວ, ເຊິ່ງເປັນທຶນຊ່ວຍ ເຫຼືອຈາກກອງທັບປະຊາຊົນ ຫວຽດນາມ ໃນມູນຄ່າ 20 ຕື້ດົງ (ສະກຸນເງິນຫວຽດນາມ), ໄປຢ້ຽມຢາມໂຮງຮຽນມັດທະຍົມສົມບູນຫ້ວຍສານ ເມືອງເຊໂປນ ແຂວງສະຫວັນນະເຂດ ແລະ ມອບອຸປະກອນການສຶກສາ ໃຫ້ ແກ່ຄູ-ອາຈານ ແລະ ນ້ອງນັກ ຮຽນ, ເຂົ້າວາງກະຕ່າດອກໄມ້ຢູ່ ຫໍໄຫວ້ບ້ານສະກີພິນ ເພື່ອໄຫວ້ ອາໄລເຖິງດວງວິນຍານຂອງ ພະນັກງານ-ນັກຮົບປະຕິວັດລາວ ແລະ ຫວຽດນາມ ທີ່ເສຍສະຫຼະ ຊີວິດໃນສະໄໝຕໍ່ສູ້ກູ້ຊາດຮ່ວມ ກັນ, ເຂົ້າຢ້ຽມຊົມຫໍພິພິທະພັນມູນ ເຊື້ອໄຊຊະນະຮ່ວມສຳພັນສູ້ ຮົບລາວ-ຫວຽດນາມ ບໍລິເວນ ເສັ້ນທາງເລກ 9 ບ້ານດົງສະຫວັນ ເມືອງເຊໂປນ. ສອງລັດຖະມົນ ຕີ ກະຊວງປ້ອງກັນປະເທດລາວ ແລະ ຫວຽດນາມ ພ້ອມດ້ວຍຄະ ນະຜູ້ແທນທັງສອງຝ່າຍ ຍັງໄດ້ ສືບຕໍ່ໄປຂໍ່ານັບຫຼັກໝາຍຊາຍ ແດນ, ແຕ້ມສີຫຼັກໝາຍຊາຍແດນ 605/1 ເບື້ອງຝ່າຍຫວຽດ ນາມ ແລະ ຢ້ຽມຢາມໂຮງຮຽນປະຖົມ ສົມບູນເລກ 2 ເທດສະບານ ລາວ ບາວ ເມືອງເຮືອງຮົວ ແຂວງ ກວາງຈິ ສສ ຫວຽດນາມ ແລະ ມອບອຸປະກອນການສຶກສາ ໃຫ້ ຄູ-ອາຈານ ແລະ ນ້ອງນັກຮຽນ ຈໍານວນໜຶ່ງ.

ຈາກນັ້ນ ສອງລັດຖະມົນຕີກະ ຊວງປ້ອງກັນປະເທດລາວ ແລະ ຫວຽດນາມ ພ້ອມດ້ວຍຄະນະຜູ້ ແທນທັງສອງຝ່າຍກໍໄດ້ເຂົ້າ ຮ່ວມເຄື່ອນໄຫວກິດຈະກຳຕ່າງໆ ຮ່ວມກັນຢູ່ຊາຍແດນລາວບາວ ເມືອງເຮືອງຮົວ ແຂວງກວາງຈິ ສສ ຫວຽດນາມ, ເປັນຕົ້ນແມ່ນ ໄດ້ໄປເບິ່ງການເຝິກແອບກວດກາ ການລາດຕະເວນຊາຍແດນຂອງ ກຳລັງທະຫານຊາຍແດນ, ພາຍ ຫຼັງ ສຳເລັດການເຄືຶ່ອນໄຫວກິດຈະກຳຮ່ວມກັນແລ້ວ, ທັງສອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະ ຫວຽດນາມ ກໍ ໄດ້ເຂົ້າຮ່ວມກອງປະຊຸມພົບປະ ມິດຕະພາບວຽກງານປ້ອງກັນ ຊາດ ຄັ້ງທີ I ຢູ່ດ່ານຊາຍແດນລາວ-ຫວຽດນາມ. ເຊິ່ງການພົບປະ ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບທີ່ດີລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ນັບມື້ຍິ່ງໄດ້ຮັບການ ເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດ ຢັ້ງ, ເຊິ່ງສະແດງອອກໃນຊຸມ ປີຜ່ານມາການຮ່ວມມືດ້ານວຽກ ງານປ້ອງກັນຊາດເຂດຊາຍ ແດນລະຫວ່າງ ກອງທັບປະຊາ ຊົນລາວ ແລະ ກອງທັບປະຊາ ຊົນຫວຽດນາມ, ໄດ້ຮັບການ ເພີ່ມທະວີ, ການພັດທະນາ ແລະ ສື່ບຕໍ່ເປັນເສົາຄໍ້າໃນສາຍພົວ ພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິ ເສດ ແລະ ການຮ່ວມມືຮອບດ້ານ ຕະຫຼອດມາ, ຄວາມໄວ້ເນື້ອເຊື່ອ ໃຈເຊິ່ງກັນ ແລະ ກັນ ອັນເປັນການ ປະກອບສ່ວນສໍາຄັນເຂົ້າໃນການ ຮັກສາສັນຕິພາບ ຄວາມໝັ້ນຄົງ ທາງດ້ານການເມືອງ-ສັງຄົມ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງສອງປະເທດ.

ການເຄື່ອນໄຫວພົບປະມິດ ຕະພາບວຽກງານປ້ອງກັນຊາດ ເຂດຊາຍແດນລາວ-ຫວຽດນາມ ຄັ້ງນີ້, ມັນເປັນສິ່ງຢັ້ງຢືນ ແລະ ສະແດງໃຫ້ເຫັນເຖິງການເອົາ ໃຈ ໃສ່ ແລະ ຄວາມເປັນຫ່ວງເປັນ ໃຍຂອງສອງການນໍາກະຊວງ ປ້ອງກັນປະເທດລາວ-ຫວຽດ ນາມ ທີ່ຍາມໃດກໍ່ຍຶດໝັ້ນ, ເຄົາລົບ ນັບຖື ແລະ ສ້າງທຸກເງື່ອນໄຂ ເພື່ອ ເຮັດໃຫ້ຄະນະຜູ້ແທນທັງສອງ ຝ່າຍໄດ້ພົບປະແລກປ່ຽນບົດ ຮຽນ, ການຢ້ຽມຢາມໄປມາຫາ ສູ່ກັນຢ່າງເປັນປົກກະຕິ ນັບແຕ່ ຂັ້ນສູນກາງລົງຮອດອຳນາດ ການປົກຄອງທ້ອງຖິ່ນ, ເພື່ອ ເພີ່ມພູນຄູນສ້າງສາຍພົວພັນມິດ ຕະພາບ, ຄວາມສາມັກຄີແບບ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ໃຫ້ໄດ້ຮັບການຖະນຸຖະໝອມ ແລະ ຂຽວສົດງົດງາມຕະຫຼອດ ໄປ. ໂດຍ: ທອງເພັດ,
ພາບ: ສາຍເພັດ