ເກີດແຜ່ນດິນໄຫວ 1 ຄັ້ງໃນບໍລິເວນ ແຂວງໄຊຍະບູລີ ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດ ທົ່ວປະເທດ ໄດ້ ລາຍງານວ່າ ໃນວັນທີ 2 ທັນວາ 2021 ເວລາ 22:58 ໂມງ
ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 1 ຄັ້ງ ໃນບໍລິເວນແຂວງໄຊຍະບູລີ ຈດສູນກາງເສັ້ນຂະໜານທີ 19.48
ອົງສາເໜືອ ແລະ ເສັ້ນແວງທີ 101.31 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນ ວັດແທກໄດ້ 1.4 ຣີກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 7 ກິໂລ
ແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ບໍລິເວນ ບ້ານສາມັກຄີ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດແຜ່ນດິນໄຫວແມ່ນຫ່າງຈາກ ເທສະບານເມືອງໄຊສະຖານ ປະມານ 15 ກິໂລແມັດ.

ເຫດການແຜ່ນດິນ ໄຫວເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.