ໃນຕອນເຊົ້າວັນທີ 25.11.2021 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ ໄດ້ເປັນກຽດປະດັບຊັ້ນພົນເອກ ໃຫ້ແກ່ ທ່ານ ວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງ ປກສ ແລະປະດັບຊັ້ນພົນໂທ ໃຫ້ແກ່ທ່ານ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ

ເຊິ່ງການປະດັບຊັ້ນພົນເອກຄັ້ງນີ້ຖືເປັນການປະດັບຊັ້ນພົນເອກ ຄົນທຳອິດຂອງກຳລັງ ປກສ ຂອງປະເທດ ແລະຊັ້ນພົນໂທທີ່ປະດັບໃຫ້ແກ່ທ່ານ ກົງທອງ ພົງວິຈິດ ກໍຖືເປັນຊັ້ນພົນໂທຄົນທຳອິດຂອງກຳລັງ ປກສ ເພາະເນື່ອງຈາກວ່າຊັ້ນພົນໂທຂອງທ່ານ ວິໄລ ຫລ້າຄຳຟອງ ແມ່ນໄດ້ຖືກປະດັບຕັ້ງແຕ່ສະໄໝທ່ານເປັນການນຳຢູ່ຂົງເຂດ ປກຊ.

ພວກເຮົາທຸກຄົນ ສື່ອອນລາຍ ຂໍສະແດງຄວາມຍິນດີກັບການນຳຂັ້ນສູງຂອງກຳລັງ ປກສ ກໍຄືການນຳຂອງຊາດທັງສອງທ່ານ ທີ່ຈະໄດ້ສືບຕໍ່ຊີ້ນຳນຳພາ ກຳລັງ ປກສ ໃນການຮັກສາຄວາມສະຫງົບສຸກໃຫ້ແກ່ປະເທດຊາດກໍຄືປະຊາຊົນລາວບັນດາເຜົ່າ.

NEWS TIME | ຄົນອ່ານຂ່າວ ອອນລາຍ