ຕາມນີ້ເດີ້..!! ຜູ້ຕິດເຊື້ອໂຄວິດຢູ່ ຫຼວງພະບາງ ຕ້ອງໄດ້ຮັບຜິດຊອບຄ່າອາຫານ ແລະ ທີ່ພັກເອງ

ເລີ່ມແຕ່ວັນທີ 23 ພະຈິກ 2021 ເປັນຕົ້ນໄປ ຜູ້ຕິດພະຍາດໂຄວິດ-19 ຢູ່ຫລວງພະບາງ ຕ້ອງໄດ້ຮັບຜິດຊອບຄ່າອາຫານແລະທີ່ພັກເອງ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19, ຂໍຖືເປັນກຽດ ແຈ້ງມາຍັງ ທ່ານ ຊາບດັ່ງນີ້: ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ຕາມທີ່ລະບຸ ໄວ້ໃນແຈ້ງການ ແລະ ມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດ ໂດວິດ-19 ຂັ້ນແຂວງ, ນະຄອນ ແລະ ຂັ້ນເມືອງ ໄດ້ວາງອອກ ເຫັນວ່າແຂວງຂອງພວກເຮົາ ໄດ້ຮັບຜົນສໍາເລັດເປັນກ້າວໆ ເຊິ່ງສະແດງອອກບາງດ້ານ ທີ່ພົ້ນ ເດັ່ນ ຄື: ການສັກວັກຊີນ ເຂັມທີ 01 ໄດ້ 250,018 ຄົນ, ກວມ 53,1%, ສັກດົບໂດສ 196.160 ຄົນ, ກວມ 41,7%, ເຊິ່ງ ປະຈຸບັນນີ້ແມ່ນຍັງມີຜູ້ທີ່ຕິດເຊື້ອເປັນຈໍານວນຫຼວງຫຼາຍຢູ່

ມາຮອດປະຈຸບັນມີຜູ້ຕິດເຊື້ອທັງຫມົດ 5,865 ຄົນ, ປິ່ນປົວ ຫາຍດີ 3,110 ຄົນ, ກວມ 53% ຂອງຈໍານວນຜູ້ຕິດເຊື້ອ; ອົງການປົກຄອງ ກໍຄືຄະນະສະເພາະກິດ ທຸກຂັ້ນຕະຫຼອດ ຮອດພະນັກ ງານແພດຫມໍ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງທຸກພາກສ່ວນໃນທົ່ວແຂວງ ສຶບຕໍ່ປະຕິບັດຫນ້າທີ່ ທີ່ການຈັດຕັ້ງມອບ ຫມາຍ ໃຫ້ດ້ວຍຄວາມອົດທຶນ ແລະ ຜ່ານຜ່າ ການຈັດຕັ້ງກໍ່ຄືຄອບຄົວ-ບຸກຄົນ ທຸກພາກສ່ວນໃນສັງຄົມ ໃນບັນດາເມືອງ ແລະ ນະຄອນ ສືບຕໍ່ໃຫ້ການສະຫນັບສະຫນູນ ແລະ ປະກອບ ເຂົ້າໃນວຽກງານຄວບຄຸມພະຍາດໂຄວິດ-19 ທັງທາງດ້ານ ວັດຖຸ ແລະ ທຶນຮອນຢ່າງເປັນຂະບວນ. ເຖິງຢ່າງໃດກໍ່ຕາມ ສະພາບການລະບາດຂອງພະຍາດ ຍັງບໍ່ມີທ່າອ່ຽງວ່າຈະລຸດ. ລົງ ຍັງກວດພົບຜູ້ຕິດເຊື້ອໃນແຕ່ລະວັນ, ການຕິດເຊື້ອດັ່ງກ່າວ ສ່ວນຫຼາຍແມ່ນເກີດຢູ່ຕາມສະຖານທີ່ທີ່ມີ ຊຸມຊົນແອອັດ ລວມທັງຢູ່ໃນງານປະເພນີຕ່າງໆ, ສໍານັກງານ-ອົງການ, ຫົວຫນ່ວຍທຸລະກິດ, ໂຄງການກໍ່ສ້າງຕ່າງໆ ແລະ ລາມໄປຮອດ.

ການຕິດເຊື້ອກັນໃນຄອບຄົວນັບມື້ຫຼາຍຂຶ້ນ. ສາເຫດການແຜ່ລະບາດ ຍ້ອນປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ ຕໍາຫຼວດ, ຜູ້ປະກອບການ ຈໍານວນຫນຶ່ງ ຍັງບໍ່ທັນປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມ ງວດ. ໄລຍະຜ່ານມາທາງພາກລັດ ແລະ ອົງການຈັດຕັ້ງສາກົນ ກໍ່ໃຫ້ການສະຫນັບສະຫນູນ ດ້ານງົບປະມານເຂົ້າໃນ ວຽກ ງານຄວບຄຸມ ແລະ ແກ້ໄຂສະພາບການລະບາດ, ເຊັ່ນ: ທາງອົງການກາແດງສະວິສ ໄດ້ສະຫນັບສະຫນູນດ່າອາຫານ ສໍາລັບ ແຮງງານເຄື່ອນຍ້າຍ ຢູ່ໃນສູນກັກກັນ ແລະ ຄ່າອາຫານສໍາລັບຜູ້ຕິດເຊື້ອໃນໂຮງຫມໍພາກສະໝາມມາຕະຫຼອດ.

ແຕ່ມາຮອດ ປະຈຸບັນທາງອົງການກາແດງໄດ້ຢຸດ ສະຫນັບສະຫນຸນຕາມແຈ້ງການ ສະບັບເລກທີ 105/ ກດລ, ລົງວັນທີ 16 ພະຈິກ (11) 2021. ວ່າດ້ວຍເລື່ອງການໂຈະສະຫນອງ ອາຫານ, ນ້ໍາດື່ມ ແລະ ເຄື່ອງໃຊ້ພື້ນຖານໃຫ້ແກ່ ໂຮງຫມໍພາກສະ ຫນາມ ປິ່ນປົວພະຍາດໂຄວິດ-19 ຢູ່ ແຂວງຫຼວງພະບາງ, ສະນັ້ນ ຈິ່ງມີຄວາມຈໍາເປັນ ຕ້ອງໄດ້ຮຽກຮ້ອງມາຍັງ ຜູ້ທີ່ຕິດເຊື້ອ ພະບາດໂຄວິດ-19 ທີ່ຈະມາປິ່ນປົວຢູ່ໂຮງຫມໍແຂວງ ແລະ ໂຮງຫມໍພາກສະຫມາມ ປະກອບສ່ວນຊ່ວຍຄ່າອາຫານ, ການ ກິນຢູ, ທີ່ພັກເຊົາ, ເຊິ່ງຈະ ໄດ້ເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ ວັນທີ 23 ພະຈິກ (1) 2021 ເປັນຕົ້ນໄປ.

Related Posts

Leave a Reply

Your email address will not be published. Required fields are marked *