ຕາອີຕົນ!ຮ້ອງໄຫ້ໃຈສິຂາດ ໄກ່ຕີລູກຮັກ ຖືກລົດຕຳດັບຄາທີ່(ມີຄລິບ)
ນອນຮ້ອງໄຫ້ກອດໄກ່ຕີທີ່ເສຍຊີວິດຢູ່ຂ້າງທາງ.ເຈົ້າໜ້າທີ່ພະຍາຍາມສອບຖາມເລື່ອງລາວເຊິ່ງ
ທີ່ເກີດເຫດຢູ່ປະເທດໄທ ພົບລົດຈັກຄັນໜຶ່ງຢູ່ຂ້າງທາງ ໂດຍມີທ້າວ ສຸພັດ ອາຍຸ24ປີ ເຈົ້າຂອງລົດຈັກ ນອນຮ້ອງໄຫ້ກອດໄກ່ຕີທີ່ເສຍຊີວິດຢູ່ຂ້າງທາງ.ເຈົ້າໜ້າທີ່ພະຍາຍາມສອບຖາມເລື່ອງລາວເຊິ່ງ ທ້າວ ສຸພັດກໍ່ເລົ່າທັງນ້ຳຕາວ່າ ໄກ່ຕີທີ່ດັບຊື່ວ່າ ອົງບາກ.
ເຊິ່ງຕົນຮັກຄືລູກ ເນື່ອງຈາກມີຫຼວງພໍ່ມອບໃຫ້ມາລ້ຽງໃຫ້ເປັນໝູ່ ເວລາກິນກະກິນນຳກັນ ໄປໃສໄປນຳກັນແລະເປັນໄກ່ຕີທີ່ຊະນະທຸກເທື່ອ. ວັນທີ່ 16ຕົນໄດ້ພາ ອົງບາກ ໄປທີ່ແຄັມຄົນງານຂອງໝູ່ນຳ.
ແຕ່ຂະນະທີ່ກຳລັງຂີ່ລົດຢູ່ນັ້ນ ອົງບາກ ໄດ້ຫຼຸດມື ແລະ ໂດດໄປກາງທາງແລ້ວຖືກລົດຈັກອີກຄັນນຳຫຼັງມາຕຳຊ້ຳອົງບາກນອນນິ່ງ ຕົນຊັອກແລະເສຍໃຈຫຼາຍເພາະສູນເສຍຂອງທີ່ຕົນຮັກປານລູກຊາຍໄປ
ເຈົ້າໜ້າທີ່ຕ້ອງເກ່ຍກ່ອມນານ 30 ນາທີ ຈົນກະທັງມີການປະສານງານຈາກຟາມໄກ່ຕີວ່າຈະມອບລູກໄກ່ຕີໂຕໃໝ່ມາໃຫ້ລ້ຽງ ທ້າວ ສຸພັດຈຶ່ງຍອມອອກຈາກຈຸດເກີດເຫດກັບບ່ອນພັກ.
ຊົມຄລິບ.