ກະຊວງການເງິນໂຈະບາງລາຍຈ່າຍບໍ່ຈຳເປັນ ສູນກາງ 15% ທ້ອງຖິ່ນ 10%
News | ເສດຖະກິດ-ສັງຄົມ ໄດ້ລາຍງານວ່າ: ຈາກສະພາບບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຂອງປະເທດເຮົາປະກອບກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ແກ່ເວລາຍາວມາເກືອບປີແລ້ວ ໄດ້ສົ່ງຜົນກະທົບຢ່າງຫຼີກລ່ຽງບໍ່ໄດ້ຕໍ່ທຸກຂົງເຂດໂດຍສະເພາະແມ່ນແຜນງົບປະມານຂອງລັດຖະບານ
ໂດຍ, ຄາດຄະເນໝົດປີ 2021 ອາດບໍ່ບັນລຸຕາມແຜນການ ຫຼື ຈະເກັບໄດ້ທັງໝົດ 26.957 ຕື້ກີບ ເທົ່າກັບ 98% ຂອງແຜນການປີ ຂະນະທີ່ດ້ານລາຍຈ່າຍລັດຈະໄດ້ສືບຕໍ່ສຸມໃສ່ການຈ່າຍທີ່ຈໍາເປັນ ແລະ ບູລິມະສິດຂອງລັດຖະບານໂດຍສະເພາະລາຍຈ່າຍເງິນເດືອນ, ເງິນບໍລິຫານ, ຊໍາລະໜີ້ສິນ, ປ້ອງກັນພະຍາດໂຄວິດ-19
ໃຫ້ສາມາດເຄື່ອນໄຫວໄດ້ເປັນປົກກະຕິ, ພ້ອມທັງຄົ້ນຄວ້າຫຼຸດລາຍຈ່າຍ, ສະລໍລາຍຈ່າຍ ແລະເລື່ອນຈ່າຍບາງຮ່ວງຈໍານວນໜຶ່ງຂອງຂະແໜງການຂັ້ນສູນກາງ 15%, ທ້ອງຖິ່ນ 10% ແລະ ບາງລາຍຈ່າຍຂອງລັດຖະບານທີ່ເຫັນວ່າບໍ່ຈໍາເປັນ

ຂໍ້ມູນເພີ່ມເຕີມ: https://bit.ly/3njRnT1
ທີ່ມາ InsideLaos