ຍີ່ປຸ່ນ ຈະແຈກເງິນໃຫ້ກັບຄົນທຸກຍາກເຮືອນລະ 100.000 ເຢັນ ເທົ່າກັບ 9,323,000 ກີບ.
ຕາມຂ່າວຈາກ ໂຕກຽວ,ຄະນະ ລັດຖະບານ ຍີ່ປຸ່ນ ຕົກລົງເຫັນດີ ຈະແຈກເງິນສົດ ແລະ ບັດຂອງຂັວນ ລວມມູນຄ່າ 100.000 ເຢນ ເທົ່າກັບ 9,323,000 ກີບ. ໃຫ້ແກ່ຄົວເຮືອນ ທີ່ມີລາຍໄດ້ຕ່ຳ ບໍ່ເກີນ ປີລະ 9.600.000 ເຢນ ເທົ່າກັບ 895,061,688 ກີບ.
ຕາມມາດຕະການ ກະຕຸ້ນເສດຖະກິດ ຈາກສະຖານະການ ໂຄວິດ-19 ແຜ່ລະບາດ ໂດຍແບ່ງອອກເປັນ 2ໄລຍະ ຄື:ໄລຍະທຳອິດ ເປັນການແຈກເງິນສົດ ໃຫ້ຄົວເຮືອນ ພາຍໃນ 1ປີ,ໄລຍະທີ່ສອງ.
ເປັນການແຈກບັດ ຂອງຂວັນ ມູນຄ່າ 50.000 ເຢນ ຫລື ທຽບເທົ່າ 4,600,000 ກວ່າກີບ. ສຳລັບ ຈ່າຍຄ່າ ບໍລິການ ເບິ່ງແຍງ ເດັກອາຍຸ ບໍ່ເກີນ 18ປີເລີ່ມ ຕົ້ນໃນປີໜ້າ. ນອກນີ້ ຍັງຕົກລົງເຫັນດີ ກ່ຽວກັບເລື້ອງ ໃຫ້ວົງເງິນ 20.000 ເຢນ ຫລື 1864711 ກີບ ແກ່ຜູ້ຖືບັດ ມາຍນຳເບີ(My Number) ເຊິ່ງເປັນໝາຍເລກ ປະຈຳຕົວ 12 ຫລັກ ຂອງຜູ້ທີ່ອາໄສ ຢູ່ໃນຍີ່ປຸ່ນ ຫວັງກະຕຸ້ນ ການໃຊ້ຈ່າຍ ແລະ ການລົງທະບຽນ ໃຊ້ບັດດັ່ງກ່າວ..
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ