ຈາກຜູ້ໃຊ້ເຟສບຸກຊື່Melinda Vongkalak ໄດ້ໂພສວ່າ: ຫຼາຍຄົນຖາມວ່າເປັນໂຄວິດໄດ້ຮັບການປິ່ນປົວແນວໃດ?ໝໍໃຫ້ກິນຢາແນວໃດ?ຕອບ: ແຕ່ລະຄົນເປັນຕ່າງກັນ ຜ່ານມາແມ່ນກິນຢາປິ່ນປົວຕາມອາການເລີຍ ອາການຂອງຂ້ອຍແມ່ນຕາມທີ່ເຄີຍໂພສໄປແລ້ວແຕ່ໝໍບອກໃຫ້ກິນຕະຫຼອດແມ່ນວິຕາມິນຊີ ວິຕາມິນ B1B6B12 ດີຫວັດ (ຢ່າງລະ 1ເມັດ ເຊົ້າ-ແລງ) ສ່ວນຢາອື່ນແມ່ນກິນຕາມອາການເຈັບຄໍ – Erythromycin (1ເມັດ ເຊົ້າ-ສວາຍ-ແລງ)

ໄຂ້ຂຶ້ນ – para (1ເມັດ) ຂ້ອຍກິນແຕ່ຕອນມີໄຂ້ໄອ – ໝໍເພິ່ນແນະນຳ chlorpheniramine ແຕ່ບໍ່ມີເລີຍກິນຢາທີ່ເຄີຍກິນຕອນເປັນໄອຜ່ານມາ IYAFIN (1ເມັດ ເຊົ້າ-ສວາຍ-ແລງ) ອົມຢາສະໝຸນໄພຕະຂາບ5ໂຕ ດີແທ້ແນ່ນອນ ໄອບໍ່ໄດ້ນອນ ຈັດໄປ 1-2ເມັດ ອົມນອນເລີຍ ເພີ່ມເຕີມ: ຖ້ານອນຫງາຍແລ້ວໄອ ແນະນຳໃຫ້ນອນແຄງ ສ່ວນໂຕຂ້ອຍແມ່ນໄດ້ນອນໝູບຈຶ່ງນອນໄດ້ເມື່ອຍໆມາແຊ່ Royal~D ກິນ ບາງເທື່ອກໍແຊ່ Berocca ແລ້ວແຕ່ອາລົມ.

ປົກກະຕິເປັນໂລກກະເພາະກິນຢາຫຼາຍບໍ່ໄດ້ເລີຍກິນ Amacone ໃສ່ ເຄືອບກະເພາະກ່ອນ (1ບ່ວງແກງ ເຊົ້າ-ສວາຍ-ແລງ ກ່ອນອາຫານ)ເກືອໃສ່ນໍ້າອຸ່ນ (ບ້ວນຄໍຕອນຕື່ນນອນ ແລະ ກ່ອນນອນ)ບີບນໍ້າໝາກນາວປະສົມນໍ້າອຸ່ນ (ກິນທຸກເຊົ້າ)

ຮົມຢາຕອນແລງກ່ອນອາບນໍ້າ (ຫົວສີໄຄເຄື່ອງ, ໃບວິກ, ໃບ-ໝາກຂີ້ຫູດ, ຂີງ.. ປະມານ 10ນາທີສ່ວນໂຕບໍ່ມັກແມ່ບັງຄັບເລີຍໃຊ້ເວລາໜ້ອຍ ຮົມກ່ອນອາບນຳ້ 30ນາທີ)


ສຳຄັນທີ່ສຸດແມ່ນສະພາບຈິດໃຈຕ້ອງດີ ອອກກຳລັງກາຍເບົາໆ (ຢ່າຫັກໂຫມໂຕເອງ ມື້ໃດເມື່ອຍຢ່າຝືນ!) ກິນນຳ້ມື້ລະ 2ລິດຂຶ້ນໄປ ພັກຜ່ອນໃຫ້ພຽງພໍ ຮັບປະທານອາຫານໃຫ້ຕົງເວລາ ແລະ ຮັບສານອາຫານໃຫ້ຄົບ 5ໝູ່ ຂໍຂອບໃຈ.


ໝາຍເຫດ: ຄົນອື່ນໄດ້ກິນແບບໃດບໍ່ຮູ້ ແຕ່ຂ້ອຍໄດ້ກິນແບບນີ້.
