ຖືກໃຈກອງເຊຍ..!!!ຂໍສະແດງຄວາມຍິນດີກັບ “ເຈນນີ້-ຕົ້ນຄໍາ” ຜູ້ຄອງມົງກຸດ Miss Universe Laos 2021

ມົງ 2 ລົງແລ້ວ ຂໍສະແດງຄວາມຍິນດີກັບ “ເຈນນີ້-ຕົ້ນຄໍາ ພົນຈັນເຮືອງ”Miss Universe Laos ຄົນໃໝ່ຕອບເກັ່ງ ໄຫວພິບດີ ຄວາມສາມາດຮອບດ້ານ ເອົາມົງໄປເລີຍ.

ມາແລ້ວຄວາມຫວັງຂອງແຟນນາງງາມ! ເຈນນີ້ – ຕົ້ນຄຳ ພົນຈັນເຮືອງ ໝາຍເລກ 02 ໃນທີ່ສຸດກໍເອົາຈົນໄດ້ ຄວາມພາກພູມໃຈຂອງຄົນລາວ ແລະ ຄວາມຫວັງມົງທີ 2 ບອກເລີຍມາເພື່ອຄວ້າຕໍາແໜ່ງ Miss Universe Laos ເທົ່ານັ້ນ.

.ສໍາລັບວິໄສທັດຂອງຕົ້ນຄໍາແມ່ນ: “ຢ່າຢ້ານທີ່ຈະລົງມືເຮັດ ເພາະບໍ່ມີໃຜ ທີ່ເກີດມາແລ້ວສົມບູນແບບໄປທຸກຢ່າງ ແລະ ບໍ່ມີໃຜເກີດມາພ້ອມໄປຫມົດທຸກຢ່າງ ຈົ່ງເຊື່ອຫມັ້ນໃນໂຕເອງໃຫ້ຫລາຍທີ່ສຸດ”. ເປົ້າຫມາຍສູງສຸດແມ່ນ ຢາກສ້າງມູນນິທິຊ່ວຍເຫລືອຜູ້ສູງອາຍຸ ແລະ ຄົນທຸກຍາກຢູ່ໃນລາວ.

.ຕິດຕາມຕົ້ນຄໍາໄດ້ທີ່:FB: Tonkham PhonchanheuangPage: Miss Universe Laos ມີສຢູນິເວີຣສລາວ.

ຂໍຂອບໃຈຂໍ້ມູນຈາກ: muan.la

Related Posts

Leave a Reply

Your email address will not be published. Required fields are marked *