ລະລາຍອຽດສໍາລັບ ຄົນເຈັບເສຍຊີວິດ 3 ຄົນ ຢູ່ນະຄອນຫຼວງ ແລະ ຫຼວງພະບາງ ປະຈຳວັນທີ່ 31 ຕຸລາ 2021 ລາຍລະອຽດ ດັ່ງນີ້:
ຜູ້ທີ1: ເພດຊາຍ, ອາຍຸ 36 ປີ, ສັນຊາດ: ລາວ, ບ້ານຫນອງຫນຽວ, ເມືອງສີໂຄດຕະບອງ, ນະຄອນຫລວງ – ພະຍາດປະຈໍາຕົວ: ວັນນະໂລກ
– ວັນທີ 27 ພະຈິກ 2020: ໄດ້ກັກໂຕຢູ່ສະຖານທີ່ຄຸມຂັງແຫ່ງຫນຶ່ງ – ຄົນເຈັບບໍ່ມີອາການສະແດງອອກ – ວັນທີ 30 ຕຸລາ 2021 ເວລາ ~11:40 ໂມງຂອງ ຜູ້ກ່ຽວ ໄດ້ເສຍຊີວິດ.
ຜູ້ທີ 2: ເພດຊາຍ, ອາຍ 58 ປີ, ບ້ານໂພສີ, ນະຄອນຫລວງພະ ບາງ, ແຂວງຫລວງພະບາງ – ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ຫົວໃຈ ຊຸດໂຊມ – ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
ຜູ້ທີ 3: ເພດຊາຍ, ອາຍ 54 ປີ, ບ້ານນາສ້າງເຫວີຍ, ນະຄອນຫລວງພະບາງ, ແຂວງຫລວງພະບາງ – ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ຫົວໃຈຊຸດໂຊມຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
ວັນທີ 28 ຕຸລາ 2021: ຜູ້ກ່ຽວໄດ້ເຂົ້າມາກວດຢູ່ໂຮງຫມໍ ແຂວງຫລວງພະບາງ ດ້ວຍອາການຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ພ້ອມທັງເກັບຕົວຢ່າງຜົນກວດ ຈຶ່ງໄດ້ເກັບ ຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອພະຍາດໂຄ ວິດ-19
ໄລຍະທີ່ນອນປິ່ນປົວຢູ່ໂຮງຫມໍ ນັບແຕ່ວັນທີ 28-30 ຕຸລາ 2021, ເປັນເວລາ 03 ມື້ – ຮອດເວລາ 08:30 ໂມງຂອງວັນທີ 30 ຕຸລາ 2021 ຜູ້ ກ່ຽວໄດ້ເສຍຊີວິດ.