ຫລາຍຄົນຍັງງົງໆ ກັບເຫດການຂາຍຫວຍຕາມແຄມທາງ ໃນມື້ວັນພຸດ ວັນທີ 20 ຕຸລາ ຜ່ານມາ ແລະ ມາຮອດວັນວັນສຸກ ວັນທີ 22 ຕຸລາ 2021 ນີ້ ກໍມີການຂາຍຫວຍພັດທະນາ ຕື່ມ.
ໃນຄວາມເປັນຈິງ ຫວຍພັດທະນາສາຂາຫວຍພະຍານາກ ແລະ ຫວຍອິນຊີໄດ້ມີການແຈ້ງການລົງໃນໜ້າເພຈໃນວັນທີ 15 ຕຸລາ 2021 ກໍລະນີຈະມີການເລີ່ມຈຳໜ່າຍຫວຍ 3 ຄັ້ງ/ອາທິດ ຄື:ວັນຈັນ,ພຸດ ແລະ ສຸກ .
ໃນໄລຍະຜ່ານມາຫວຍພັດທະນາໄດ້ມີການຈັດຕັ້ງການອອກເລກລາງວັນຫວຍພັດທະນາແຕ່ລະໄລຍະ ເຊັ່ນ: ປີ 2015 ອອກ 2 ຄັ້ງຕໍ່ອາທິດ (ວັນອັງຄານ ແລະ ວັນສຸກ), ປີ 2016 ໄດ້ເພີ່ມມື້ອອກເປັນ 3 ຄັ້ງຕໍ່ອາທິດ ຄື: (ວັນຈັນ,ວັນພຸດ ແລະ ວັນສຸກ), ປີ 2017 ກັບໄປອອກ 2 ຄັ້ງຕໍ່ອາທິດ ຄື: (ວັນຈັນ ແລະ ວັນພະຫັດ) ພໍມາຮອດທ້າຍປີ 2017-2019 ໄດ້ປັບປຸງມາເປັນອອກຫວຍ 1 ຄັ້ງຕໍ່ອາທິດ ຄື: (ວັນພຸດ).
ການອອກເລກລາງວັນຈາກ 1 ຄັ້ງຕໍ່ອາທິດຜ່ານໄປໄລຍະໜຶ່ງ ຈຶ່ງກັບມາເປັນ 2 ຄັ້ງຕໍ່ອາທິດ (ວັນຈັນ ແລະ ວັນພະຫັດ) ແລະ ເລີ່ມຈັດຕັ້ງປະຕິບັດນັບເດືອນກຸມພາ 2020 ຈົນມາເຖິງວັນທີ 18 ຕຸລາ 2021 ໄດ້ມີການປັບປ່ຽນມາເປັນ 3ຄັ້ງ/ອາທິດ ( ວັນຈັນ, ພຸດ, ສຸກ ).
ການປັບປ່ຽນນີ່ອາດເປັນກົນໄກາງການຕະຫລາດຂອງຫວຍພັດທະນາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງກຸ່ມຜູ້ຂາຍຫວຍ, ເປັນການຜ່ອນຄາຍສຳລັບຜູ້ສ່ຽງໂຊກຊີງລາງວັນ (ຄຳເວົ້າຂອງຜູ້ອຳນວຍການລັດວິສາຫະກິດຫວຍພັດທະນາ) ແລະ ເປັນການຕ້ານປາກົດການຫວຍເຖື່ອນ ແລະ ອື່ນໆ.
ແຕ່ ມາຮອດວັນທີ ວັນທີ 22 ຕຸລາ 2021 ຜ່ານມາ ໜັງສືພິມລາວພັດທະນາໄດ້ນຳສະເໜີຂ່າວກ່ຽວກັບແຈ້ງການການປ່ຽນຈຳນວນຄັ້ງອອກເລກຫວຍພັດທະນາ ຈາກ 2 ຄັ້ງ/ອາທິດ ມາເປັນ 3 ຈາກ 2 ຄັ້ງ/ອາທິດ ເຊິ່ງສັງຄົມໄດ້ສະແດງຄວາມຄິດເຫັນໃນສ່ວນຫລາຍແມ່ນບໍ່ເຫັນດີ ເພາະການອອກເລກ 3ຄັ້ງຕໍ່ອາທິດເປັນການມອມເມົາເກີນຄວາມພໍດີ ແທນທີ່ຈະເປັນການຜ່ອນຄາຍ ອາດສ້າງບັນຫາໃຫ້ກັບສັງຄົມ ເຊິ່ງບັນຫານີ້ເຄີຍຍົກເລີກຈາກ 2ຄັ້ງມາເປັນ 3 ຄັ້ງ ໃນຄັ້ງຜ່ານມາແລ້ວ.
ສຳລັບແມ່ຄ້າຜູ້ປະກອບອາຊີບເສີມໃນການຂາຍຫວຍແມ່ນມີຄວາມເຫັນດີເຫັນຊອບ ເພາະຈະໄດ້ມີລາຍໄດ້ເພີ່ມຂຶ້ນໃນແຕ່ລະອາທິດ, ໃນທາງກົງກັນຂ້າມ ຍັງມີອີກຫລາຍພາກສ່ວນມີຄວາມຄິດເຫັນວ່າເປັນການມອມເມົາສັງຄົມເກີນຄວາມພໍດີ ຫລື ເກີນຄວາມຜ່ອນຄາຍຕາມນະໂຍບາຍແລ້ວ.
