ລາຍລະອຽດ ຂໍ້ມູນຜູ້ເສຍຊີວິດ 2 ​ຄົນ ຈາກໂຄວິດ ວັນທີ 20 ຕຸລາ 2021

-ເພດຍິງ, ອາຍ 83 ປີ, ບ້ານ ສີເກີດ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ.

ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19.

ພະຍາດປະຈໍາຕົວຄື ຄວາມດັນ, ຫົວໃຈເຕັ້ນນອກລະບົບ.

ວັນທີ 3 ຕຸລາ 2021 ກວດຍາເຊື້ອ ຜົນອອກເປັນບວກ ແລະ ເຂົ້າປິ່ນປົວຢູ່ສູນດາວເຮືອງ.

ວັນທີ 4 ຕຸລາ 2021 ຍ້າຍມາປິ່ນປົວຢູ່ໂຮງຫມໍ 150 ຕຽງ.

ວັນທີ 19 ຕຸລາ 2021 ເສຍຊີວິດ

– ເພດຊາຍ, ອາຍ 63 ປີ, ບ້ານປາກຕອນ ເມືອງສັງທອງ ນະຄອນຫລວງວຽງຈັນ

ພະຍາດປະຈໍາຕົວຄື ເບົາຫວານ, ຄວາມດັນ, ເປັນລ່ອຍ, ເສັ້ນເລືອດສະຫມອງຕີບ.

ສັກວັກຊີນຄົບ 2 ເຂັມ.

ຜູ້ກ່ຽວເປັນລ່ອຍ ມີອາການຫນັກ ຈຶ່ງໄປໂຮງຫມໍ 103

ວັນທີ 17 ຕຸລາ 2021 ໄດ້ກວດຫາເຊື້ອໂຄວິດ ຜົນກວດອອກເປັນບວກ.

ວັນທີ 18 ຕຸລາ 2021 ອາການຫນັກບໍ່ຮູ້ສະຕິ.

ວັນທີ 19 ຕຸລາ 2021 ເສຍຊີວິດ.

Related Posts

Leave a Reply

Your email address will not be published. Required fields are marked *