ພາຍຸເຂດຮ້ອນ ກົມປາ, (TS KOMPASU) ຫົວທີ 18, ຊຶ່ງໃນ ເວລາ 8 ໂມງ 00 ນາທີ ຂອງວັນທີ 12 ຕຸລາ 2021 ມີຈຸດສູນກາງຢູ່ ເຂດທະເລຈີນໃຕ້ຕອນກາງ ໃນເສັ້ນຂະຫນານທີ 18.7 ອົງສາເຫນືອ ແລະ ເສັ້ນແວງທີ 118,4 ອົງສາຕາເວັນອອກ, ກໍາລັງເຄື່ອນທີ່ໃນທິດຕາເວັນຕົກ ດ້ວຍຄວາມໄວ 25 ກິໂລແມັດຕໍ່ຊົ່ວໂມງ.

ພາຍຸຫົວນີ້ ຈະເຄື່ອນທີ່ຜ່ານເກາະໄຮຫນ້າ ແລະ ຈະສືບຕໍ່ເຄື່ອນທີ່ຂຶ້ນຝັ່ງທາງ ພາກເຫນືອຂອງປະເທດຫວຽດນາມ ໃນຕອນແລງຂອງວັນທີ 14 ຕຸລາ 2020. ຫຼັງຈາກນັ້ນ ໃນໄລຍະວັນທີ 14 ຫາ 15 ຕຸລາ 2021 ພາຍຸຫົວນີ້ຈະສືບຕໍ່ເຄື່ອນທີ່ເຂົ້າຢູ່ໃນລະຫວ່າງເຂດພາກເຫນືອດ້ານ ຕາເວັນອອກ ແລະ ພາກກາງຂອງປະເທດລາວ ເຊັ່ນ: ແຂວງ ຫົວພັນ, ຊຽງຂວາງ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊຍະບູລີ, ບໍລິຄໍາໄຊ ແລະ ດໍາມ່ວນ.

ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາຕົກຫນັກຢູ່ທົ່ວໄປ ແລະ ຕົກຫນັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກກາງ ແລະ ພາກເຫນືອດ້ານຕາເວັນອອກ ດັ່ງລາຍລະອຽດລຸ່ມນີ້:ໄລຍະວັນທີ 13 ຫາ 14 ຕຸລາ 2021: ຈະມີຝົນຕົກປານກາງ ຫາ ຫນັກ ຢູ່ທົ່ວໄປ ແລະ ຕົກຫນັກຫຼາຍ ພ້ອມມີລົມພັດແຮງ ຢູ່ບາງ ທ້ອງຖິ່ນແຂວງພາກກາງ ແລະ ພາກເຫນືອ ເຊັ່ນ: ແຂວງ ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊຍະບູລີ, ບໍ່ແກ້ວ, ຫຼວງນ້ໍາທາ, ອຸດົມໄຊ, ຫຼວງພະບາງ, ຊຽງຂວາງ ແລະ ຫົວພັນ.

ໄລຍະວັນທີ 15 ຫາ 16 ຕຸລາ 2021: ຈະມີຝົນຕົກປານກາງ ຢູ່ເກືອບທົ່ວໄປ ແລະ ຫນັກຕົກ ຫາ ຫນັກຫຼາຍ ພ້ອມມີລົມພັດແຮງ ຢູ່ ບາງທ້ອງຖິ່ນໃນແຕ່ລະພາກ. ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນ້ໍາຖ້ວມອັ່ງ, ນ້ໍາຖ້ວມຍິງ ແລະ ດິນເຈື່ອນຢູ່ບາງທ້ອງຖິ່ນ,

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ, ເປີ້ນພູ ແລະ ແຄມແມ່ນ້ໍາຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນ້ໍາຖ້ວມຊູ, ນ້ໍາ ຖ້ວມຍິ່ງ ແລະ ລົມພັດແຮງ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 4 ວັນຕໍ່ຫນ້ານີ້.
