ຫວຽດນາມ ມີຜູ້ເສຍຊີວິດຈາກໂ ຄວິ ດແລ້ວ 20.424 ຄົນ ແລະ ຕິດເ ຊື້ ອສະສົມ 836.134 ຄົນ
ອີງຕາມເວັບໄຊ worldometers.info ລາຍງານຂໍ້ມູນໃຫ້ຮູ້ວ່າ: ສສະຖານະການລະບາດຂອງພະຍາດໂຄວິດ-19 ຢູ່ ສສ ຫວຽດນາມ, ນັບແຕ່ເວລາ 17 ໂມງຂອງວັນທີ 8 ຕຸລາ ຮອດ ເວລາ 17 ໂມງ ຂອງວັນທີ 9 ຕຸລາ 2021 ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ -19 ໃໝ່ຕື່ມອີກ 4.513 ຄົນ, ໃນນັ້ນມີຜູ້ເຂົ້າເມືອງ 1 ຄົນ.
ດັ່ງນັ້ນ ມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມທັງໝົດ 836.134 ຄົນ, ໃນນັ້ນມີ 760.801 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີຜູ້ເສຍຊີວິດ 20.424 ຄົນ.
ໃນຂະນະທີ່ການລະບາດໃນໂລກ ຮອດວັນທີ 9 ຕຸລາ 2021 ມີການຢັ້ງຢືນມີຜູ້ຕິດເຊື້ອທັງໝົດ 237.969.792 ຄົນ, ໃນນັ້ນ ເສຍຊີວິດ 4.856.323 ຄົນ.
ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 215.108.553 ຄົນ.
ປະເທດທີ່ມີຜູ້ຕິດເຊື້ອຫຼາຍກ່ວາໝູ່ຍັງແມ່ນ ອາເມລິກາ ຜູ້ເສຍຊີວິດ 732.476 ຄົນ ໃນຈຳນວນຜູ້ຕິດເຊື້ອສະສົມ 45.135.541 ຄົນ, ຮອງລົງມາແມ່ນ ອິນເດຍ, ບຣາຊິນ.

ຂ່າວຈາກ: VOVWORLD.VN