👏 ໃນວັນທີ 06 ຕຸລາ 2021 ທີ່ຜ່ານມາ ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນ ຜ່ານສື່ມວນຊົນ ວ່າ:

ຖ້າປະຊາຊົນ ກໍ່ຄືທຸກຄົນໃນສັງຄົມ ບໍ່ເຂົ້າຮ່ວມ, ບໍ່ໃຫ້ການຮ່ວມມື ໃນການຈັດຕັ້ງປະຕິບັດມາດຕະການທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກ ເຖິງມາດຕະການດີປານໃດ ເຖິງແພດໝໍ, ເຈົ້າໜ້າທີ່ກ່ຽວຂ້ອງ ແລະ ຄະນະສະເພາະກິດ ຈະສຸມກຳລັງ ເຫື່ອແຮງ ເຮັດໜ້າທີ່ຂອງຕົນສຸດຄວາມສາມາດ ກໍ່ຈະບໍ່ມີຜົນສຳເລັດ.

ສະນັ້ນ, ເພື່ອຜ່ານວິກິດນີ້ໄດ້ ຂໍໃຫ້ປະຊາຊົນ ເຂົ້າຮ່ວມ, ມີຄໍາເຫັນທີ່ສ້າງສັນ ແລະ ສະເໜີວິທີທາງອອກ ໃຫ້ລັດຖະບານ ເພື່ອພິຈາລະນາ ໃນການວາງນະໂຍບາຍ ໃຫ້ແທດເໝາະ ແລະ ມີປະສິດທິຜົນ.

ອັນສຳຄັນ ຕ້ອງໃຊ້ເຫດຜົນ ໃນການຕໍານິສົ່ງຂ່າວ, ບໍ່ໃຊ້ອາລົມ, ສະເໜີທາງອອກຢ່າງສ້າງສັນ, ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕາມສຸພະສິດບູຮານ ທີ່ວ່າ:
“ໄມ້ລໍາດຽວ ລ້ອມຮົ້ວບໍ່ໄຂວ່ ປະຊາຊົນບໍ່ພ້ອມ ແປງບ້ານບໍ່ເຮືອງ”.
