ແຊຣໄວ້ເລີຍ! ວິທີປູກຂ່າ ແລະ ຂີງ ປອດສານພິດ ໃຫ້ໄດ້ຜົນຜະລິດດີສາມາດສ້າງລາຍຮັບໄດ້

ໄລຍະຫ່າງລະຫວ່າງຂຸມປະມານ 70 ຊມ, ໄລຍະຫ່າງລະຫວ່າງແຖວປະມານ 100 ຊມ, ຫຼັງຈາກກະກຽມດິນແລ້ວໃຫ້ຂຸດເປັນຂຸມໂດຍໃຊ້ໄລຍະປູກຕາມທີ່ກໍານົດ, ຂຸດເອົາເຫງົ້າຂີງ-ຂ່າຈາກກໍແມ່ພັນເດີມ ແລະ ຮາກ ໂດຍໃຊ້ແບ່ງເອົາເຫງົ້າຂີງ-ຂາ ຍາວປະມານ 1 ຄືບ ຫຼື 20 ຊມ ໃຫ້ມີດິນຕິດຮາກມາພ້ອມແລ້ວຝັງລົງຂຸມ, ສໍາລັບຂ່າແມ່ນປະມານ 2-3 ເຫງົ້າ/ຂຸມ, ສ່ວນຂີງແມ່ນ 1-2 ຫົວ/ຂຸມ (ຖ້າຫົວໃຫຍ່). ຫຼັງຈາກນັ້ນ, ໃຊ້ດິນຖົມໃຫ້ພໍດີພຽງກັບຫນ້າດິນເດີມແລ້ວຫົດນໍ້າ ໃຫ້ຊຸມ.

#ການບົວລະບັດຮັກສາ:

• ຖ້າດິນທີປູກມີຄວາມອຸດົມສົມບູນໜ້ອຍຈໍາເປັນຕ້ອງໃສ່ຝຸ່ນຄອກ-ຝຸ່ນບົ່ມປະມານ 1-2 ກຼາມ/ຂຸມ ແລະຄວນໃສ່ຝຸ່ນຢ່າງໜ້ອຍເດືອນລະຄັ້ງ (ອີງຕາມຄວາມເໝາະສົມ).

• ເວລາປູກໃໝ່ໆຄວນຫົດນ້ໍາມື້ລະ 1-2 ເທື່ອ (ຕອນເຊົ້າ ແລະ ຕອນແລງ). ໃນໄລຍະ 1-2 ອາທິດທໍາອິດ, ຫຼັງຈາກຂີງ-ຂ່າຈະເລີນເຕີບໂຕດີແລ້ວຈຶ່ງຫົດນໍ້າໜ້ອຍລົງ 2-3 ຄັ້ງຕໍ່ອາທິດກໍໄດ້.

• ການເສຍຫຍ້າ, ພວນດິນຖ້າເຮົາສັງເກດມີຫຍ້າ ຫຼື ພືດອື່ນໆເກີດຄວນທໍາການກໍາຈັດ ແລະ ພວນດິນໄປພ້ອມ.

#ການເກັບກ່ຽວ:

– ຖ້າຈະຂຸດຂີງ-ຂ່າອ່ອນ ຫຼື ຂີງ-ຂ່າແກ່ນັ້ນຂຶ້ນຢູ່ກັບຄວາມຕ້ອງການຂອງຕະຫຼາດ. ຖ້າຈະໃຊ້ປະກອບເປັນອາຫານຕ້ອງເປັນຂີງ-ຂ່າອ່ອນ, ແຕ່ຖ້າໃຊ້ເປັນສະໝຸນໄພຕ້ອງເປັນຂີງ-ຂ່າແກ່.

– ຖ້າດິນແຫ້ງຄວນມີການຫົດນໍ້າກ່ອນເກັບກ່ຽວເພື່ອສະດວກຕໍ່ການຂຸດ ຫຼື ຫຼົກ ແລະ ຫຼຸດຜ່ອນຄວາມເສຍຫາຍ.

#ຄຸນປະໂຫຍດຂອງຂີງ

– ນອກຈາກນໍາມາໃຊ້ໃນການປຸງແຕ່ງອາຫານແລ້ວ, ຂີງຍັງເປັນພືດສະໝຸນໄພທີ່ສາມາດຮັກສາອາການປຸ້ນທ້ອງປວດຮາກ ໂດຍການນໍາຂີງແກ່ ແລະ ສົດ ປະມານ 2-3 ຫົວ ທຸບແລ້ວຕົ້ມໃສ່ນໍ້າແລ້ວດື່ມ.

#ຄຸນປະໂຫຍດຂອງຂ່າ

– ນອກຈາກນໍາມາປຸງແຕ່ງອາຫານແລ້ວ, ຂ່າຍັງເປັນພືດສະໝຸນໄພທີ່ສາມາດແກ້ອາການປວດເມື່ອຍຕາມກ້າມຊີ້ນ, ການປວດບວມຕາມຂໍ່ໂດຍການນໍາໃຊ້ຕົ້ມຂ່າແກ່ນໍາມາຕົ້ມປະສົມກັບນ້ໍາມັນໝາກພ້າວແລ້ວທາຕາມຈຸດທີ່ເຈັບປວດ.

– ຂີງ ແລະ ຂ່າຍັງເປັນພືດກະສິກໍາທີ່ເປັນສິນຄ້າ, ມີລາຄາດີ ແລະ ມີຄວາມຕ້ອງການຫຼາຍໃນການບໍລິໂພກປະຈໍາວັນ.

ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ ແລະ https://www.phakhaolao.la/

Related Posts

Leave a Reply

Your email address will not be published. Required fields are marked *