ຈັ ງ ແ ມ່ ນ ເ ວົ້ າ ຍາກເນາະ

ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ແກ້ໄຂກຸ່ມຕັ້ງວົງຊຸມແຊວເຫຼົ້າ-ເບຍ ຢູ່ອາພາດເມັ້ນ

ໃນເວລາ 1:30 ໂມງກາງຄືນ ຂອງວັນທີ 25 ກັນຍາ 2021 ປກສ ເມືອງຈັນທະບູລີ, ສນ 1191, ປກສ ກຸ່ມ 5 ໜອງທາ ແລະ ອົງການປົກຄອງບ້ານ ໄດ້ລົງແກ້ໄຂກຸ່ມຕັ້ງວົງຊຸມແຊວ ຢູ່ອາພາດເມັ້ນເຄເອສ໌ ຕັ້ງຢູ່ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນ.ວ ພົບເຫັນໄວລຸ້ນ ຈໍານວນ 16 ຄົນ ຍິງ 5 ຄົນ. ຈຶ່ງໄດ້ຊີນຂຶ້ນຫ້ອງການ ເຮັດບົດບັນທຶກສຶກສາອົບຮົມ ແລະ ປັບໄໝຕາມຄຳສັ່ງເລກທີ 016 |ຈນວ ກຳນົດໄວ້.

ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງທຸກພາກສ່ວນເປັນເຈົ້າການປະຕິບັດ ສິດ-ພັນທະຂອງຕົນປະກອບສ່ວນ ເຂົ້າໃນວຽກງານຮັກສາຄວາມສະຫງົບ

ຖ້າພົບເຫັນປະກົດການທີ່ເປັນໜໍ່ແໜງທີ່ຜິ ດ ຕໍ່ ກົ ດ ໝາຍ ໃຫ້ລາຍງານ, ສົ່ງຂໍ້ຄວາມ, ຮູບພາບ, ວິດີໂອ, ສຽງ ແລະ ຫຼັກຖານອື່ນໆ ມາຍັງທາງວັອດແອັບເບີ 02028899774 ຮັບແຈ້ງຕະຫຼອດ 24 ຊົ່ວໂມງ ເພື່ອຮ່ວມແຮງຮ່ວມໃຈກັນ ປ້ອງກັນ, ສະກັດກັ້ນ ການ ແ ຜ່ ລະ ບ າດ ຂອງພ ະ ຍ າດ ໂຄ ວິ ດ ບໍ່ໃຫ້ແຜ່ລາມເປັນວົງກວ້າງ.

Related Posts

Leave a Reply

Your email address will not be published. Required fields are marked *