ເສຍຊີວິດແລ້ວ! ຜູ້ປຸກລະດົມບໍ່ໃສ່ຜ້າອັດປາກ ແລະ ບໍ່ສັກວັກຊີນ.
ວັນທີ 21 ກັນຍາ 2021 ນີ້ ສຳນັກຂ່າວ ຂອງສະຫະລັດໄດ້ເຜີຍແຜ່ກ່ຽວກັບ ການເສຍຊີວິດຂອງຍິງຊາວແຄລິຟໍເນຍທີ່ບອກວ່ານາງ “ບໍ່ໃສ່ຜ້າປິດປາກດັງ, ບໍ່ໄດ້ສັກວັກຊີນ, ບໍ່ຢ້ານ” ເສຍຊີວິດຈາກໂຄວິດ-19 ດ້ວຍອາຍຸ 40 ປີ.

ນາງ ຄຣິສເຕນ ໂລເວີຣີ (Kristen Lowery) ອາຍຸ 40 ປີ ເປັນແມ່ຂອງລູກໃນໄວຮຽນອີກ 4 ຄົນ ໃນເມືອງເອສຄາ ລອນ ລັດແຄລິຟໍເນຍ ໃນເຟສບຸກຂອງນາງ ນາງປະກາດ ຕົນເອງວ່າເປັນ “ນັກຄິດອິດສະຫຼະ”
ທີ່ “ຕອບໂຕ້ເລື່ອງບໍ່ໃສ່ປິດປາກ ບໍ່ໄດ້ຮັບວັກຊີນ ແລະ ບໍ່ຢ້ານ” ໃນຮູບໜຶ່ງນາງຍົກ ປ້າຍປະທ້ວງທີ່ຂຽນວ່າ: “ສົ່ງສຽງໃຫ້ວັກຊີນທີ່ໄດ້ຮັບ ບາດເຈັບ”.

ໃນຕົ້ນເດືອນກັນຍາ ນ້ອງສາວຂອງນາງຂຽນວ່າ: ນາງ ໂລເວີຣີ ເຂົ້າຮັບການປິ່ນປົວຢູ່ໂຮງໝໍຍ້ອນພະຍາດໂຄວິດ ແລະ ເສຍຊີວິດໃນທີ່ສຸດ ປະໃຫ້ລູກທີ່ພວມຢູ່ໃນໄວຮຽນຕ້ອງເປັນກຳພ້າ.