ເປັນຫ່ວງຫຼາຍ
ໃນການລາຍງນ ຂອງຄະນະສະເພາະກິດ ເຊົ້າວັນທີ 24 ກັນຍາ 2021, ມີກໍລະນີ ທີ່ລູກ ໄປຂາຍເລກນໍາແມ່ ຢູ່ຕະຫຼາດອົດຊີ ແລ້ວຕິດ ໂຄວິດ-19, ເຊິ່ງຖືວ່າເປັນກໍລະນີ ທີ່ຍັງບໍ່ຮູ້ແນ່ນອນ ວ່າລາວຕິດເຊື້ອກັບໃຜ.
ນີ້ຈິ່ງເປັນສາເຫດ ທີ່ທາງຄະນະສະເພາະກິດ ຕ້ອງໄດ້ເພີ່ມມາດຕະການເຂັ້ມງວດ, ເພາະ ຜູ້ຕິດເຊື້ອ ບໍ່ສະແດງອາການ ທີ່ຕິດ ໂຄວິດ-19 ສາຍພັນ ເດວຕ້າ ແມ່ນສາມາດ ແຜ່ເຊື້ອໄດ້. ການທີ່ຢູ່ໃກ້ກັນ ແມ່ນມີໂອກາດສ່ຽງສູງ ແມ້ວ່າ ຈະໃສ່ຜ້າອັດປາກດັ່ງ, ແຕ່ກໍ່ຍັງສ່ຽງ ເພາະວ່າສາຍພັນ ນີ້ມີຄວາມສາມາດ ຕິດໄດ້ງ່າຍ ແລະ ການກະຈາຍຂອງ ເຊື້ອໃນອາກາດແມ່ນໄປໄດ້ໄກ.
ເຊິ່ງການຕິດເຊື້ອໃນຊຸມຊົນ ນະຄອນຫຼວງ ມີ ທັງໝົດ229 ຄົນ: ພະນັກງານບໍລິສັດ Trio 141 ຄົນ, ພະນັກງານບໍລິສັດ Venture 51 ຄົນ, ບໍລິສັດ DKSH 7 ຄົນ: ພະນັກງານ 5 ຄົນ ແລະ ຄອບຄົວພະນັກງານ 2 ຄົນ (ເຮັດວຽກໂຮງງານດຽບວູ 1 ຄົນ), ພະນັກງານໄອຍະການ ພ້ອມຄອບຄົວ 3 ຄົນ, ທະຫານຕຳຫຼວດ 2 ຄົນ, ບໍລິສັດໄອນິວ 1 ຄົນ, ບໍລິສັດໂນວາອາໄຫຼ 1 ຄົນ, ຕະຫຼາດທ່າງອນ 6 ຄົນ, ຕະຫຼາດອົດຊີ 2 ຄົນ ( 1 ຄົນ ແມ່ຄ້າ ແລະ 1 ຄົນ ແມ່ນໄປຂາຍເລກນຳແມ່), ບໍລິສັດເມືອງວັງ 2 ຄົນ (ຄອບຄົວດຽວກັນ), ເຫຼືອນັ້ນ ທີມງານກຳລັງເກັບກຳລາຍລະອຽດຂໍ້ມູນຕື່ມ 9 ຄົນ
ເຊົ້າວັນທີ 24 ກັນຍາ 2021 ນີ້ຄະນະສພເພາະກິດ ລາຍງານສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ເຊິ່ງເຂດສ່ຽງນະຄອນຫຼວງວຽງຈັນນັ້ນປະກອບມີ: ໂຮງງານ ອານປີ, ບ້ານ ໜອງທາເໜືອ, ເມືອງຈັນທະບູລີ, ໂຮງງານ ທຣີໂອ, ບ້ານ ສີເກີດ, ເມືອງ ນາຊາຍທອງ, ໂຮງງານເວັນເຈີ, ບ້ານ ສີວິໄລ, ເມືອງ ໄຊທານີ, ຕະຫຼາດ ທ່າງ່ອນ, ໂຮງງານນໍ້າດື່ມ ຄຣິດສະຕອນ, ບໍລິສັດ ເມືອງວັງ, ບໍລິສັດ DKSH, ຕະຫຼາດໂອຊີ.
ທ່ານໃດໄປສະຖານທີ່ເຫຼົ່ານີ້ ຂໍໃຫ້ກວດສອບຕົນເອງ, ແຍກປ່ຽວ ແລະ ໄປກວດຫາເຊື້ອ ເພື່ອຄວາມໝັ້ນໃຈ
ມາຮອດວັນທີ 23 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 5,965 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 434 ຄົນ:
ກໍລະນີນໍາເຂົ້າ ມີ 28 ຄົນ ຈາກ ແຂວງ ສາລະວັນ 10 ຄົນ, ສະຫວັນນະເຂດ 10 ຄົນ, ຈໍາປາສັກ 6 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ.