ສະຖານະການຂອງພະຍາ ດໂຄວິດ-19 ທົ່ວປະເທດປະຈຳວັນທີ 20 ກັນຍາ 2021 ພົບຜູ້ຕິ ດເຊື້ ອໃຫມ່ +214 ຄົນ, ຕິດໃນຊຸມຊົນ +162 ຄົນ…ຊຽງຂວາງພົບຜູ້ຕິດເຊື້ ອ +2 ຄົນ.

-ຜູ້ທີ 1 ອາຍຸ 42 ປິ ກໍາມະກອນ ພະນັກງານໂຮງງານ ອານພິ ລາວ.
-ຜູ່ທີ 2 ອາຍຸ 34 ປິ ອາຊີບຄ້າຂາຍ. ຜູ້ຕິດເຊື້ອທັງສອງເປັນເອື້ອຍນ້ອງກັນ ຢູ່ບ້ານ ຫໍສິມ ເມືອງ ຜາໄຊ ແຂວງ ຊຽງຂວາງ.

ວັນທີ 14 ກັນຍາ 2021 ອອກຈາກນະຄອນຫຼວງ ວຽງຈັນໄປ ຊຽງຂວາງ ເພື່ອໄປສົ່ງສະການຜູ້ເປັນພໍ່ວັນທີ 14-17 ກັນຍາ 2021 ຮ່ວມງານສົບຕະຫຼອດ..ແລ້ວສົ່ງສະການພໍ່ໃນ ວັນທີ 17 ກັນຍາ.

ທາງແຂວງຊຽງຂວາງ ໄດ້ປະກາດ ໃຫ້ພໍ່ແມ່ປະຊາຊົນ ຜູ້ໃດໄດ້ຮ່ວມງານສົບ ໃຫ້ໄປເກັບຕົວຢ່າງ ພ້ອມທັງຈຳກັດບໍລິເວນຢ່າງກໍ່ຕາມຂໍໃຫ້ພີ່ນ້ອງທຸກຄົນຈົງມີສະຕິລະວັງຕົວ ແລະ ມີມາດຕະການປ້ອງກັນໂຄວິດ 19 ໃຫ້ເຂັ້ມງວດ.
