ຮູ້ ຫຼື ຍັງ? ແອັບ BCEL One ສາມາດລົງທະບຽນບັດຂຽວ ສັກວັກຊິນໄດ້ແລ້ວ ໄປໃສມາໃສບໍ່ຈຳເປັນຕ້ອງຖືໃຫ້ຫຍຸ້ງຍາກ.

ສະບາຍດີ ໄດ້ລອງໃຊ້ກັນແລ້ວບໍ່ນໍມື້ນີ້ Nuii ມາແນະນຳ CheckInOneເຊິ່ງຂໍ້ດີກໍ່ຄື:

ໄປໃສມາໃສບໍ່ຈຳເປັນຕ້ອງຖືບັດສັກວັກຊີນ ຫຼື ບັດຂຽວ (ເພາະໄດ້ຝາກໄວ້ກັບແອບ BCEL One ແລ້ວສາມາດເຊັກອິນ ສະຖານທີ່ທີ່ເຮົາໄປ ເພື່ອເບິ່ງປະຫວັດການເດີນທາງ ຫຼື Timeline ຂອງເຮົາຄືນ (ປ້ອງກັນການຫລົງລືມ)ລາຍລະອຽດການສະໝັກເບິ່ງຢູ່ກ້ອງຮູບເລີຍ.

ເມື່ອດາວໂຫລດແອບມາແລ້ວ ໃຫ້ເຂົ້າມາໜ້າຕ່າງ ຂອງ BCEL Oneຈາກນັ້ນໃຫ້ທ່ານເລືອກປຸ່ມ Check-In ຢູ່ຂວາມືດ້ານເທິງ.

ຈະເຫັນໜ້າຕ່າງນີ້ ໃຫ້ທ່ານເລືອກ “ລົງທະບຽນ”

ເລືອກຮູບ : ໃຫ້ໃສ່ຮູບບັດຂຽວ ຫຼື ບັດສັກວັກຊິນ ຂອງທ່ານຕື່ມຂໍ້ມູນ ລາຍລະອຽດຕ່າງໆ ຕາມບັດຂຽວ.

ຫລັງຈາກຕື່ມຂໍ້ມູນຕ່າງໆຄົບຖ້ວນແລ້ວ ລໍຖ້າທາງພະນັກງານກວດສອບຄວາມຖືກຕ້ອງ..

ຈາກ: Ninuii Dalyvanh

Related Posts

Leave a Reply

Your email address will not be published. Required fields are marked *