ອາການປວດປະຈຳເດືອນບັນຫາຂອງແມ່ຍິງຫຼາຍໆຄົນທີ່ຕ້ອງທົນທຸກທໍລະມານທຸກເດືອນຈົນຕ້ອງຍອມຮັບມັນດ້ວຍຄວາມຈຳໃຈແຕ່ມື້ນີ້ເຮົາມິວິທີຮັກສາໄດ້ດ້ວຍຫົວສີໄຄຕົ້ມນ້ຳດື່ມທີ່ເຮົາຈະຕ້ອງປະຕິບັດກັນດັ່ງລຸ່ມນີ້:

ສ່ວນປະສົມ: ຫົວສີໄຄ 5 ຕົ້ນໃຊ້ທັງໃບລ້າງນ້ຳໃຫ້ສະອາດ, ນ້ຳສະອາດ 1 ລິດ, ເກືອ 5 ບ່ວງຊາ ນໍາສ່ວນປະສົມທັງໝົດຕົ້ມໃນນ້ຳຈົນເຫຼືອນ້ຳ 1/3 ສ່ວນ ດື່ມ 3 ຄັ້ງ (ເຊົ້າ-ກາງເວັນ ແລະ ຄ່ຳ) ຄັ້ງລະ 1 ຈອກ ຫຼື 250 ຊີຊີ ຈະບັນເທົາອາການປວດ ແລະ ຫາຍເຊົາໄດ້ໃນທີ່ສຸດ.

ຫົວສີໄຄ ຫຼື ANDROPOGON CISTRATUS DE CIMBOPROGON CIST-RATUS ນັ້ນຈັດຢູ່ໃນວົງ GRA-MINEAE ທັງໝົດຂອງຕົ້ນເປັນຢາຮັກສາໂລກຫືດ, ແກ້ເຈັບທ້ອງ, ຂັບຍ່ຽວຮັກສາໂລກທ້ອງອືດ ແລະ ແກ້

ໜິ້ວບຳລຸງຮ່າງກາຍ, ຊ່ວຍ ຫຼຸດຄວາມດັນເລືອດສູງ, ແກ້ໄຂ້, ຮາກໃຊ້ແກ້ໄຂ້, ເຈັບທ້ອງ, ຖອກທ້ອງ, ຕົ້ນໃຊ້ຂັບລົມເບື່ອອາຫານ, ແກ້ຜົມແຕກປາຍ, ທາງເດີນປັດສະວະ ແລະ ໜິ້ວຫົວໃຊ້ຂົ້ວໄຟໃຫ້ເຫຼືອງແລ້ວຊົງດື່ມແກ້ປັດສະວະ ແລະ ໜິ້ວໄດ້ດີ

