ມຊ ອອກແຈ້ງການ…!! ເລີ່ມເປີດລົງທະບຽນຜ່ານລະບົບອອນໄລນ໌ ເພື່ອສະໝັກສອບເສັງເຂົ້າຮຽນທີ່ ມະຫາວິທະຍາໄລແຫ່ງຊາດ.

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍຖືເປັນກຽດແຈ້ງການມາຍັງທ່ານຫົວຫນ້າພະແນກສຶກສາທິ ການ ແລະ ກິລາ ນະຄອນຫຼວງວຽງຈັນ, ຫົວຫນ້າພະແນກສຶກສາທິການ ແລະ ກິລາ ທຸກໆແຂວງທົ່ວປະເທດ ຊາບທົ່ວເຖິງກັນວ່າ: ໃນການລົງທະບຽນສອບເສັງປີນີ້ ທາງມະຫາວິທະຍາໄລແຫ່ງຊາດ ຈະໄດ້ປະຕິບັດການລົງທະບຽນ ແບບອອນລາຍ (Online) ເພື່ອຮັບສະຫມັກສອບເສັງຄັດເລືອກເອົານັກສຶກສາເຂົ້າ ຮຽນ ຢູ່ມະຫາວິທະຍາໄລແຫ່ງ ຊາດ, ໃນສົກສຶກສາ 2021-2022 ມີລາຍລະອຽດດັ່ງນີ້:

1. ກໍານົດວັນສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ທີ່ມະຫາວິທະຍາໄລແຫ່ງຊາດ ວັນທີ 11 ກັນຍາ 2021;

2. ເປີດໃຫ້ລົງທະບຽນອອນລາຍ (Online) ເລີ່ມວັນທີ 17 ສິງຫາ 2021 ເຖິງວັນທີ 8 ກັນຍາ 2021;

3. ນໍາເອກະສານມາສະເຫນີ ແລະ ຮັບບັດອະນຸຍາດເຂົ້າຫ້ອງສອບເສັງຈາກການລົງອອນລາຍ (Online) ເລີ່ມວັນທີ 23 ສິງຫາ 2021 ເຖິງວັນທີ 8 ກັນຍາ 2021;

4. ກໍລະນີຜູ້ທີ່ບໍ່ສາມາດລົງທະບຽນເອງໄດ້ ແລະ ບໍ່ເຂົ້າໃຈ ແມ່ນສາມາດມາລົງທະບຽນອອນລາຍ (Online) ກັບທີ່ ຢູ່ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ (ສະໂມສອນໃຫຍ່) ເລີ່ມວັນທີ 23 ສິງຫາ 2021 ເຖິງວັນທີ 8 ກັນຍາ 2021;

5. ສະຖານທີ່ລົງທະບຽນ ແລະ ຮັບບັດອະນຸຍາດເຂົ້າຫ້ອງສອບເສັງ: ມະຫາວິທະຍາໄລແຫ່ງຊາວິທະຍາເຂດດົງໂດກ (ສະໂມສອນໃຫຍ່);

6. ໃຫ້ນັກສຶກສາ ແລະ ຜູ້ປົກຄອງທີ່ນໍາພານັກສຶກສາມາລົງທະບຽນສອບເສັງທີ່ມະຫາວິທະຍາໄລແຫ່ງຊາດວິທະຍາເຂດດົງໂດກ (ສະໂມສອນໃຫຍ່) ແລະ ມາສອບເສັງເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ ໃຫ້ໃສ່ຜ້າປິດປາກປິດດັງ ທຸກຄັ້ງ, ຮັກສາໄລຍະຫ່າງຢ່າງຫນ້ອຍ 1 ແມັດ ແລະ ລ້າງມືໃຫ້ສະອາດໃສ່ສະບຸ ຫຼື ເຈວທີ່ມີ • ແອັງກໍຮໍ 70% ຂຶ້ນໄປ ເພື່ອປ້ອງກັນພະຍາດຈຸລະໂລກອັກເສບປອດ ໂ ຄ ວິ ດ – 19;

7. ລາຍລະອຽດໃນການສະຫມັກສາມາດເຂົ້າໄປເບິ່ງໄດ້ທີ່ http://entrance.nuol.edu.la ຫຼື Facebook: ຂ່າວສານ ມຊ NUoL News

8. ຕາຕະລາງເວລາສໍາລັບການສອບເສັງ : ວັນທີ 11 ກັນຍາ 2021;

9. ເອກະສານທີ່ນັກຮຽນຕ້ອງປະກອບຄັດຕິດໃສ່ເອກະສານສະຫມັກສອບເສັງປະກອບມີ:– ສໍາເນົາບັດເຂົ້າຫ້ອງສອບເສັງຈົບ ມ.7, ສໍາລັບນັກຮຽນຈົບໃນສົກຮຽນ 2020-2021, (01 ສະບັບ);– ສໍາເນົາປະກາສະນີຍະບັດຈົບ ມ.7, ສໍາລັບນັກຮຽນທີ່ຈົບ ມ.7 ກ່ອນສົກຮຽນ 2020-2021, (01ສະບັບ);– ຮູບຖ່າຍຂະຫນາດ 3×4 ຖ່າຍບໍ່ເກີນ 3 ເດືອນ, ຈໍານວນ 02 ໃບ; (ສໍາລັບນັກຮຽນຈົບ ມ.7 ສົກຮຽນ 2020-2021 ໃຫ້ເອົາຮູບດຽວກັນກັບຮູບໃນບັດເຂົ້າຫ້ອງສອບເສັງຈົບ ມ.7) ;

10. ນັກສຶກສາສາມາດມາຕິດຕາມລາຍຊື່ ແລະ ສະຖານທີ່ສອບເສັງ ວັນທີ 10 ກັນຍາ 2021;11. ຖ້າມີການປ່ຽນແປງ ທາງມະຫາວິທະຍາໄລແຫ່ງຊາດ ຈະແຈ້ງຕາມ Facebook: https://web.facebook.com/NUOLOFFICIAL/ ຫຼື http://entrance.nuol.edu.la ຂໍໃຫ້ໃຫ້ນັກສຶກສາ, ຜູ້ປົກຄອງ ຫຼື ຜູ້ສົນໃຈຕິດຕາມໄດ້.ດັ່ງນັ້ນ, ຈຶ່ງຂໍຖືເປັນກຽດແຈ້ງການມາຍັງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຫົວຫນ້າ ພະແນກສຶກສາທິການ ແລະ ກິລາ ທຸກໆແຂວງທົ່ວປະເທດ ເພື່ອແຈ້ງໃຫ້ນັກສຶກສາໃນຂອບເຂດຄວາມຮັບຜິດ ຊອບໃນແຂວງຂອງຕົນຮັບຊາບໂດຍທົ່ວເຖິງກັນ.

ຂໍ້ມູນ: ຂ່າວສານ ມຊ NUoL News.

Leave a Reply

Your email address will not be published. Required fields are marked *