ໃນວັນທີ14/08/2021 ເວລາປະມານ 09:35 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ 1623 ໄດ້ຮັບແຈ້ງເຫດວ່າມີຄົນຈົມນ້ຳ.

ຈຸດເກີດເຫດແມ່ນຄອງນ້ຳບຶງທາດຫລວງ.
ຜູ້ເສຍຊີວິດເປັນເພດຊາຍ ອາຍຸ 45 ປີ ອາຊີບ ກຳມະກອນ ບ້ານຮ່ອງແກ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ.

ທາງຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງໄດ້ຄົ້ນຫາແລະໄດ້ພົບສົບເວລາປະມານ 11:27 ໂມງ.

ສ່ວນສາເຫດໃນການຈົມນ້ຳໃນຄັ້ງນີ້ແມ່ນຍັງບໍ່ຮູ້ລາຍລະອຽດທີ່ແນ່ນອນດັ່ງນັ້ນຈຶ່ງໄດ້ມອບໃຫ້ເຈົ້າຫນ້າທີ່ສືບສວນແລະສອບສວນຕໍ່ໄປ.

ທາງຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງໄດ້ທຳການມ້ຽນສົບແລ້ວນຳສົ່ງໃຫ້ຍາດຕິພີ່ນ້ອງແລະຄອບຄົວເພື່ອເຮັດພິທີທາງສາສະຫນາ.

ພວກເຮົາຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງແລະຄອບຄົວກັບການສູນເສຍຄັ້ງນີ່

#ບາດເຈັບສຸກເສີນແຈ້ງທີ່ເບີ1623ຕະຫຼອດ24ຊົ່ວໂມງ.