ແຈ້ງການດ່ວນ! ສັ່ງໂຈະການຮຽນການສອນ ທັງພາກລັດ-ເອກະຊົນ ເລີ່ມ 15 ສີງຫາ ນີ້ເປັນຕົ້ນໄປ

ແຈ້ງການ! ສັ່ງໂຈະການຮຽນການສອນ ກ່ອນໄວຮຽນພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນອອກແຈ້ງການ ເລື່ອງ ໂຈະການຮຽນ-ການສອນ ການສຶກສາກ່ອນໄວຮຽນ, ສາມັນສຶກສາ, ໂຮງຮຽນວິຊາຊີບ, ທັງພາກລັດ ແລະ ເອກະຊົນ ໃນນະຄອນຫຼວງວຽງຈັນ.

ສໍາລັບການກະກຽມຈັດການຮຽນ-ການສອນ, ຂອງການສຶກສາກ່ອນໄວຮຽນ, ສາມັນສຶກສາ, ແລະ ໂຮງຮຽນວິຊາຊີບ, ຂອງໂຮງຮຽນຕ່າງໆ ໃນນະຄອນຫຼວງວຽງຈັນທີ່ໄດ້ສະເໜີມານັ້ນແມ່ນໃຫ້ໂຈະໄປກ່ອນ, ທັງນີ້ກໍເພື່ອເປັນການປະຕິບັດຕາມມາດຕະການປ້ອງກັນ, ຄວບຄຸມ,

ສະກັດກັ້ນ, ແລະ ແກ້ໄຂການລະບາດຂອງພະຍາດ COV D-1 9 ຢູ່ນະຄອນຫລວງວຽງຈັນໃຫ້ມີຄວາມປອດໄພ.

Leave a Reply

Your email address will not be published. Required fields are marked *