ພາບລວມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ລັອກດາວ

ດ່ວນ! ແຂວງສະຫວັນນະເຂດ ອອກຄຳສັ່ງວ່າດ້ວຍການເພີ່ມຄວາມເຂັ້ມງວດ ໃນການປິດ (Lock down) ນະຄອນໄກສອນພົມວິຫານ ນັບແຕ່ວັນທີ13 ຫາ 23 ສິງຫາ 2021

ທີ່ສະໂມສອນຫ້ອງວ່າການແຂວງສະຫວັນນະເຂດ ໃນຄັ້ງວັນທີ 13 ສິງຫາ 2021 ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດ COVID-19 ຂັ້ນແຂວງ ໂດຍມີທ່ານ ນາ ງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດ COVID-19 ຂັ້ນແຂວງ,ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ,ທ່ານ ປອ ດຣ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ.

ຫົວໜ້າກອງເລຂາຄະນະສະເພາະກິດຂັ້ນແຂວງ ໄດ້ຮ່ວມກັນຖະແຫຼງຂ່າວກ່ຽວກັບການອອກຄຳສັ່ງວ່າດ້ວຍການເພີ່ມຄວາມເຂັ້ມງວດໃນການປິດ (Lock down) ນະຄອນໄກສອນພົມວິຫານ ເນື່ອງຈາກຜູ້ຕິດເຊື້ອຢູ່ໃນຊຸມຊົນ ຂອງນະຄອນໄກສອນພົມວິຫານ ນັບແຕ່ວັນທີ 2 ສິງຫາ 2021 ມາເຖິງປະຈຸບັນນີ້ ມີຈໍານວນເຖິງ 18 ກໍລະນີ, ກວມເອົາ 6 ບ້ານ.

ເຊິ່ງຕໍ່ສະພາບການລະບາດຂອງພະຍາດດັ່ງກ່າວເຫັນວ່າ ມີຄວາມຫຍຸ້ງຍາກຫລາຍໃນການຊອກຫາຕົ້ນສາຍປາຍເຫດການລະບາດ. ທາມລາຍຂອງຜູ້ຕິດເຊື້ອ ແລະ ຜູ້ສໍາພັດກັບຜູ້ຕິດເຊື້ອທີ່ບໍ່ສາມາດບອກໄດ້ທີີ່ມາຂອງການຕິດເຊື້ອ ເຊິ່ງເປັນສາຍເຫດ ເຮັດໃຫ້ມີການຄວບຄຸມການລະ.

ບາດໄດ້ຍາກ ແລະ ເປັນປັດໃຈສ່ຽງສູງຕໍ່ການແຜ່ລະບາດອອກໄປສູ່ວົງກວ້າງພາຍໃນນະຄອນໄກສອນພົມວິຫານ ແລະ ເມືອງອ້ອມຂ້າງ ກໍ່ຄືພາຍໃນແຂວງສະຫວັນນະເຂດ. ດັ່ງນັ້ນ ເພື່ອປ້ອງກັນ ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດພະຍາດ ໂຄວິດ-19 ແຂວງຈຶ່ງອອກຄໍາສັ່ງດັ່ງນີ້:

ຍົກລະດັບມາດຕະການຄວາມເຂັ້ມງວດເພີ່ມເຕີມດັ່ງນີ້;

1.ຫ້າມບຸກຄົນທົ່ວໄປມີການສັນຈອນເຂົ້າ-ອອກພາຍໃນນະຄອນໄກສອນພົມວິຫານ, ຍົກເວັ້ນໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ;

2. ຫ້າມຂາຍ ແລະ ຈໍາໜ່າຍເຄື່ອງດື່ມມຶນເມົາ ເປັນຕົ້ນ: ເຫຼົ້າ, ເບຍ, ວາຍ ແລະ ເຄື່ອງດື່ມອື່ນໆ ທີ່ມີທາດແອວກໍຮໍທຸກປະເພດ.

3. ຫ້າມບໍ່ໃຫ້ຈັດກອງປະຊຸມ ແລະ ການຝຶກອົບຮົມຂອງທຸກອົງການຈັດຕັ້ງພາຍໃນນະຄອນໄກສອນພົມວິຫານ ແລະ ພະແນກການອ້ອມຂ້າງແຂວງ, ສ່ວນຢູ່ເມືອງອື່ນໆ ສາມາດຈັດຕັ້ງບັດໄດ້ ສະເພາະຄົນພາຍໃນເມືອງແຕ່ບໍ່ໃຫ້ເກີນ 20 ຄົນ.

4. ຫ້າມທຸກສໍານັກງານອົງການພາຍໃນນະຄອນໄກສອນພົມວິຫານ ອອກໄປເຄື່ອນໄຫວວຽກງານຕ່າງເມືອງ ແລະ ຕ່າງແຂວງ ຍົກເວັ້ນກໍລະນີທີ່ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ.

5.ປິດກິດຈະການຊົ່ວຄາວ: ຮ້ານຂາຍຄໍາ, ຮ້ານແລກປ່ຽນເງິນຕາ, ຮ້ານຂາຍເສື່ອຜ້າ, ຮ້ານຂາຍເຄື່ອງໄຟຟ້າເຄື່ອງກໍ່ສ້າງ, ຮ້ານສ້ອມແປງລົດທຸກປະເພດ, ຮ້ານມິນີມາກ, ຮ້ານຂາຍໂທລະສັບ, ຮ້ານຂາຍເຄື່ອງອຸປະກອນຫ້ອງການ, ຮ້ານຂາຍເຄື່ອງຍ່ອຍທຸກປະເພດ, ຮ້ານອາຫານ,ຮ້ານຂາຍຂອງກິນສຸກທຸກປະເພດ, ຮ້ານປິ້ງແກ້ມ ແລະ ຮ້ານກະເຟ;

6. ປິດບັນດາຫ້າງຮ້ານຂາຍເຄື່ອງຍ່ອຍໃຊ້ສອຍທຸກປະເພດໃນຕະຫຼາດລວມທັງເຂດຂາຍຂອງກິນສຸກ, ແຕ່ອະນຸຍາດເປີດການຊື້-ຂາຍໃນເຂດຕະຫຼາດສົດເລີ່ມແຕ່ເວລາ 05:00 ໂມງ ຫາ 17:00ໂມງ, ແຕ່ຕ້ອງປະຕິບັດຕາມມາດຕະການປ້ອງກັນການແຜ່ລະບາດຢ່າງເຂັ້ມງວດ ເຊັ່ນ: ໃສ່ຜ້າອັດປາກ-ດັງ, ວັດແທກອຸນນະພູມ, ຈັດໃຫ້ມີເຈວລ້າງມື ແລະ ຮັກສາໄລຍະຫ່າງ ລວມທັງຊີດຢາຂ້າເຊື້ອພາຍຫຼັງປິດການບໍລິການໃນແຕ່ລະວັນ, ມອບໃຫ້ຂະແໜງອຸດສາຫະກໍາ ແລະ ການຄ້າ ສົມທົບກັບຜູ້ຈັດສັນຕະຫຼາດພ້ອມກັນຈັດຕັ້ງປະຕິບັດ.

7. ປິດການຮຽນການສອນໂຮງຮຽນພາກລັດ-ເອກະຊົນທຸກຊັ້ນທຸກສາຍພາຍໃນນະຄອນໄກສອນພົມວິຫານ;

8. ເພື່ອຫຼີກລ້ຽງຄວາມສ່ຽງຕິດເຊື້ອພາຍໃນໂຮງໝໍແມ່ນໃຫ້ຫຼຸດຜ່ອນການມາໃຊ້ບໍລິການຕິດຕາມກວດກາສຸຂະພາບໃນແບບປົກກະຕິ, ແຕ່ໃຫ້ມາໃຊ້ບໍລິການໃນທຸກກໍລະນີເຈັບເປັນ.

9.ໃຫ້ຫຼຸດຜ່ອນຈໍານວນພົນຂອງພະນັກງານທຸກອົງການຈັດຕັ້ງຂອງລັດ ແລະ ເອກະຊົນ ໂດຍໃຫ້ປະຈໍາການສະເພາະໜ່ວຍງານບໍລິການເທົ່ານັ້ນ, ພາກສ່ວນອື່ນທີ່ບໍ່ຈໍາເປັນແມ່ນໃຫ້ເຮັດວຽກຢູ່ເຮືອນ.

Lao Times News | Your Time Your News

Leave a Reply

Your email address will not be published. Required fields are marked *