3 ພາກສ່ວນມອບເງິນ ແລະ ເຄື່ອງຊ່ວຍເຫຼືອຕ້ານໂ ຄ ວິ ດ

ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະລະບາດ ຂອງພະຍາດໂຄວິດ-19 ໄດ້ໃຫ້ກຽດຮັບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂບັນຫາໂຄວິດ-19 ຈາກ 3 ພາກສ່ວນ ຊຶ່ງ​ພິ​ທີ​ມອບ-ຮັບ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ສິງ​ຫາ 2021 ທີ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ພາກສ່ວນທີ່ນຳເງິນ ແລະ ເຄື່ອງມາມອບຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ: ບໍລິສັດ ຕັນຈົງມໍເຕີລາວ ຈຳກັດ ມອບລົດຕູ້ 12 ບ່ອນນັ່ງ ຈຳນວນ 1 ຄັນ, ມູນຄ່າ 29.800 ໂດລາ; ບໍລິສັດ ທີ່ປຶກສາ ເພື່ອການລົງທຶນ ມອບເງິນສົດ ຈຳນວນ 10.000 ໂດລາ ແລະ ຄອບຄົວປ້າ ວັນດີ ທຳມະສິດ ມອບເງິນ ຈຳນວນ 70 ລ້ານກີບ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ໄດ້ກ່າວສະແດງຄວາມຂອບໃຈ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາພາກສ່ວນ ທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ຊຶ່ງສະແດງເຖິງ ຄວາມເສຍສະຫຼະ, ຄວາມຕື່ນຕົວສະໝັກໃຈ, ຄວາມເປັນຫ່ວງເປັນໃຍ, ຄວາມເອື້ອເຟື້ອເຜື່ອແຜ່, ຄວາມສາມັກຄີເປັນເອກະພາບ, ຄວາມເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ, ທັງເປັນການໃຫ້ກຳລັງໃຈອັນໃຫຍ່ຫຼວງ ແກ່ລັດຖະບານ, ພະນັກງານແພດໝໍ, ເຈົ້າໜ້າທີ່ກ່ຽວຂ້ອງໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດ ຂອງພະຍາດໂຄວິດ-19.

ນອກຈາກນີ້, ທ່ານຫົວໜ້າຄະນະສະເພາະກິດ ຍັງໃຫ້ຄຳໝັ້ນສັນຍາວ່າຈະນໍາໃຊ້ເຄື່ອງ​ ແລະ ​ເງິນຊ່ວຍ​ເຫຼືອດັ່ງກ່າວໃຫ້ຖືກກັບຈຸດປະສົງເປົ້າໝາຍ ແລະ ເກີດປະ​ໂຫຍດ​ສູງ​ສຸດ.

ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີຍັງ​ໄດ້​ແຈ້ງ​ໃຫ້​ຊາບກ່ຽວ​ກັບ​ສະພາບ​ການ​ແຜ່ລະບາດຂອງ​ພະຍາດ​ໂຄ​ວິດ-19 ຢູ່​ໃນ​ໂລກ ​ກໍຄືພາຍ​ໃນ ສປປ ລາວ, ລວມທັງຄວາມ​ຄືບ​ໜ້າ​ການແກ້ໄຂ, ຂໍ້ຄົງຄ້າງ-ສິ່ງທ້າທາຍທີ່​ພວກ​ເຮົາ​ກຳ​ລັງ​ປະ​ເຊີນ.

​ເຖິງ​ຢ່າງ​ໃດ​ກໍດີ, ລັດຖະບານກໍ​ຍັງ​ເຊື່ອ​ໝັ້ນ​ວ່າດ້ວຍຄວາມຕັດສິນໃຈສູງ ແລະ ເປັນເອກະພາບ ບວກກັບທ່າແຮງທາງດ້ານບົດຮຽນ, ປະສົບການ, ມູນເຊື້ອອັນດີງາມ, ຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ ແລະ ການຊ່ວຍເຫຼືອ ຂອງບັນດາປະເທດເພື່ອນມິດ ຈະເຮັດໃຫ້ພວກເຮົາສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ເອົາຊະນະເຊື້ອພະຍາດທີ່ຮ້າຍກາດດັ່ງກ່າວນີ້ໄດ້.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.

Leave a Reply

Your email address will not be published. Required fields are marked *